UN ຈະຕັ້ງຂໍ້ຫາ “ຂ້າລ້າງເຜົ່າພັນ ໂຣຮິງຢາ” ແກ້ກອງທັບ ແລະ ນາຍພົນລະດັບສູງຂອງມຽນມາ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ສິງຫາ 2018 ທີ່ຜ່ານມາວ່າ: ຄະນະກຳມະການກວດສອບມູນຄວາມຈິງ 3 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ໃນນາມ The U.N. Independent International Fact-Finding Mission on Myanmar ຖະແຫຼງການລາຍງານສະະຫຼຸບຜົນການສືບສວນສອບສວນເຫດການຄວາມຮຸນແງໃນລັດຍະໄຂ່ ທາງພາກຕາເວັນຕົກຂອງມຽນມາ ທີ່ນະຄອນເຈນີວາ ເມື່ອວັນຈັນທີ່ຜ່ານມາວ່າ: ກອງທັບມຽນມາສັງຫານໝູ່ ແລະ ຂົ່ມຂືນແມ່ຍິງຊາວໂຣຮິງຢາດ້ວຍເຈດຕະນາຂ້າລ້າງເຜົ່າພັນ, ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດ ແລະ ນາຍທະຫານລະດັບນາຍພົນອີກ 5 ທ່ານຂອງກອງທັບມຽນມາ ຄວນຖືກດຳເນີນຄະດີໃນຂໍ້ຫາຂ້າລ້າງເຜົ່າພັນ.

ລາຍງານຄວາມຍາວເອກະສານ 20 ໜ້າເຈ້ຍລະບຸວ່າ: ປະຕິບັດການຂອງທະຫານກອງທັບມຽນມາ ເຊິ່ງລວມເຖິງການຈູດເຜົາບ້ານເຮືອນ ເປັນການກະທຳທີ່ເກີດກວ່າເຫດ ບໍ່ສົມສ່ວນກັບໄພຄຸກຄາມດ້ານຄວາມໝັ້ນຄົງທີ່ແທ້ຈິງ ການສືບສວນສອບສວນໄດ້ຂໍ້ມູນພຽງພໍທີ່ຈະຮຽກຮ້ອງໃຫ້ສອບສວນ ແລະ ດຳເນີນຄະດີເອົາຜິດກັບຄະນະນາຍທະຫານລະດັບສູງຂອງກອງທັບມຽນມາ ທີ່ຕ້ອງຮັບຜິດຊອບຕໍ່ປະຕິບັດການ.
ເມື່ອປະມານ 1 ປີທີ່ຜ່ານມາ, ທະຫານກອງທັບມຽນມາປະຕິບັດການກວາດລ້າງໃນລັດຍະໄຂ່ ເພື່ອຕອບໂຕ້ການໂຈມຕີຂອງກຸ່ມຕິດອາວຸດໃນນາມ ກອງທັບກອບກູ້ໂຣຮິງຢາແຫ່ງອາຣະກັນ ຫຼື ອາຊາ ຕໍ່ຖານທະຫານ ແລະ ຕຳຫຼວດຊາຍແດນມຽນມາ 30 ແຫ່ງ ປະຕິບັດການເຮັດໃຫ້ປະຊາຊົນໂຣຮິງຢາປະມານ 700,000 ຄົນ ຕ້ອງອົບພະຍົບໜີໄພຂ້າມແດນໄປຍັງບັງກະລາເທດ ປະເທດເພື່ອນບ້ານ ແລະ ພັກອາໄສຢູ່ຕາມຄ້າຍຜູ້ລີ້ໄພຫຼາຍແຫ່ງ ທາງພາກຕາເວັນອອກຂອງບັງກະລາເທດ.


ສະຫະປະຊາຊາດໃຫ້ຄຳຈັດກັດຄວາມຂອງຄຳວ່າ “ຂ້າລ້າງເຜົ່າພັນ” ຄືການກະທຳທີ່ມີເຈດນາທຳລາຍລ້າງຊົນຊາດ, ເຊື້ອຊາດ, ສີຜິວ ຫຼື ກຸ່ມສາສະໜາ ທັງໝົດ ຫຼື ບາງສ່ວນ.
ການສະເໜີດຳເນີນການຂອງຄະນະກວດສອບຊຸດນີ້ ເກືອບບໍ່ເຄີຍປາກົດພາຍໃຕ້ກົດໝາຍລະຫວ່າງປະເທດ ແຕ່ຖືກໃຊ້ໃນຫຼາຍປະເທດລວມເຖິງບອສເນຍ ແລະ ຊູດັງ ແລະ ຕໍ່ປະຕິບັດການຂອງກຸ່ມ IS ທີ່ກວາດລ້າງກຸ່ມຊາວຢາຊິດີໃນອິຣັກ ແລະ ຊີຣີ.

ສະແດງຄວາມຄິດເຫັນ