ທ່ານປູຕິນກ່າວ: ລັດເຊຍຈຳເປັນຕ້ອງສ້າງຄວາມເຂັ້ມແຂງໃຫ້ກອງທັບ ເພາະແຮງຊຸກດັນຈາກ NATO


ສຳນັກຂ່າວຕ່າງປະເທດລາຍງານ 23 ສິງຫາ 2018 ວ່າ: ທ່ານວະລາດິເມຍ ປູຕິນ ປະທານປະເທດລັດເຊຍກ່າວໃນຕອນໜຶ່ງລະຫວ່າງການຖະແຫຼງຮ່ວມກັບທ່ານ ເຊົາລີ ນີນິສໂຕ ປະທານປະເທດແຟງລັງ ທີ່ເມືອງໂຊຊີ ເມື່ອວັນພຸດທີ່ຜ່ານມາວ່າ ລັດເຊຍຈຳເປັນຕ້ອງຍົກລະດັບຄວາມສາມາດຂອງກອງທັບໃຫ້ຫຼາຍ ແລະ ດີຍິ່ງໆຂຶ້ນກວ່ານີ້ ເພື່ອຕອບສະໜອງກັບນະໂຍບາຍຂອງອົງການສົນທິສັນຍາອາກລັງຕິກເໜືອ (NATO) ເຊິ່ງເຄື່ອນໄຫວເຂົ້າໃກ້ຊາຍແດນຂອງປະເທດຫຼາຍຂຶ້ນເລື້ອຍໆ, ທ່ານ ປູຕິນ ກ່າວອີກວ່າ NATO ຍັງຄົງຢືນຢັນປະຕິເສດທີ່ຈະປຶກສາຫາລືກັບລັດເຊຍ ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ເລື່ອງລະບຽບປະຕິບັດດ້ານການບິນທາງການທະຫານ.

ຕໍ່ມາ NATO ຖະແຫຼງວ່າ ປະຕິບັດການທາງທະຫານໃນພູມມິພາກທາງຕາເວັນອອກຂອງເອີຣົບ ເປັນໄປເພື່ອການປ້ອງກັນຕົນເອງ ແລະ ຢູ່ໃນກອບຂອງກົດໝາຍລະຫວ່າງປະເທດທຸກປະການ ພ້ອມທັງວິຈານວ່າລັດເຊຍຍັງຄົງປະຈຳການທະຫານ ແລະ ອາວຸດຍຸດໂທປະກອນຈຳນວນຫຼາຍໃນໂມນດາວີ, ຊອກຊີ ແລະ ອູແກຣນ ໂດຍບໍ່ສົນໃຈຕໍ່ທ່າທີຂອງລັດຖະບານ ແລະ ປະຊາຊົນໃນປະເທດນັ້ນໆ ພ້ອມທັງລະບຸວ່າ ບັນຫາຄວາມປອດໄພຂອງການບິນທາງທະຫານ ໃນເຂດນ່ານຟ້າສາກົນເໜືອທະເລບໍຕິກ ເປັນໜຶ່ງໃນຫົວຂໍ້ທີ່ NATO ແລະ ລັດເຊຍ ໄດ້ປຶກສາຫາລືກັນມາໂດຍຕະຫຼອດແລ້ວ.

ນອກເໜືອຈາກບັນຫາເລື່ອງ NATO ທ່ານ ປູຕິນ ຍັງກ່າວເຖິງສຽງວິຈານທີ່ທ່ານໄດ້ຮັບເຊີນເຂົ້າຮ່ວມພິທີແຕ່ງງານຂອງທ່ານ ນາງ ຄາຣິນ ຄະໄນ ລັດຖະມົນຕີກະຊວງການຕ່າງປະເທດໂອຕຣິດ ເມື່ອທ້າຍອາທິດທີ່ຜ່ານມາວ່າ ເປັນເລື່ອງສ່ວນຕົວ ແລະ ຊົມເຊີຍທີ່ລັດຖະບານໂອຕຣິດສາມາດສະແດງບົດບາດຢ່າງສ້າງສັນ ໃນການຮັກສາສົມດຸນສາຍພົວພັນລະຫວ່າງໂອຕຣິດ ກັບ ລັດເຊຍ ແລະ ສະຫະລັດເອີຣົບ ເຊິ່ງຄຳກ່າວຂອງທ່ານ ປູຕິນ ເກີດຂຶ້ນຢ່າງພໍດິບພໍດີກັບທ່ານ ເຊບາສຕຽນ ຄົວ ນາຍົກລັດຖະມົນຕີໂອຕຣິດກ່າວທີ່ນະຄອນຫຼວງວຽນນາວ່າ ການທີ່ຜູ້ນຳລັດເຊຍໄດ້ຮັບເຊີນເຂົ້າຮ່ວມງານແຕ່ງງານຂອງທ່ານ ນາງ ຄາຣິນ ຄະໄນ ເປັນຄົນລະເລື່ອງກັບການບໍລິການຈັດການດ້ານນະໂຍບາຍຂອງສະຫະພາບເອີຣົບ.

ສະແດງຄວາມຄິດເຫັນ