ອີຣານ ຮ້ອງຟ້ອງ ສ.ອາເມຣິກາ ຂຶ້ນສານໂລກ ຕໍ່ກັບການຂວໍ້າບາດທາງເສດຖະກິດທີ່ບໍ່ເປັນທຳ


ສຳນັກຂ່າວຕ່າງປະເທດລາຍງານ 28 ສິງຫາ 2018 ວ່າ: ຄະນະຕຸລາການສານຍຸຕິທຳລະຫວ່າງປະເທດ (ICJ) ເປີດການສືບພະຍານນັດທຳອິດ ເມື່ອວັນຈັນທີ່ຜ່ານມາ, ໃນຄະດີທີ່ອີຣານເປັນໂຈດຮ້ອງຟ້ອງສະຫະລັດ ອາເມຣິກາ ກ່ຽວກັບມາດຕະການຂວໍ້າບາດທາງເສດຖະກິດທີ່ບໍ່ເປັນທຳ ຈາກການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຟື້ນຟູມາດຕະການຂວໍ້າບາດທາງເສດຖະກິດເຕັມຮູບແບບຕໍ່ອີຣານເປັນຄັ້ງທຳອິດໃນຮອບ 3 ປີ ພາຍຫຼັງທີ່ສະຫະລັດ ອາເມຣິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍປີ 2015 ເມື່ອເດືອນພຶດສະພາ 2018 ທີ່ຜ່ານມາ.


ທ່ານ ໂມເຊນ ໂມເຮບີ ຫົວໜ້າຄະນະຜູ້ແທນຂອງລັດຖະບານອີຣານ ກ່າວເຖິງມາດຕະການຂວໍ້າບາດຂອງສະຫະລັດ ອາເມຣິກາວ່າ ບົ່ງບອກເຖິງເຈດຕະການຢ່າງເປີດເຜີຍຂອງອີກຝ່າຍ ໃນການທຳລາຍເສດຖະກິດຂອງອີຣານໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ຕະຫຼອດຮອດການຂົ່ມຂູ່ຄຸກຄາມສິດທິໃນການເຂົ້າເຖິງສະຫວັດດີການຂັ້ນພື້ນຖານຂອງປະຊາຊົນອີຣານອີກດ້ວຍ, ນອກຈາກນີ້ ການກະທຳຂອງສະຫະລັດ ອາເມຣິກາຖືເປັນການລະເມີດສົນທິສັນຍາມິດໄມຕີ ແລະ ການຄ້າສອງຝ່າຍປີ 1951 ແລະ ລັດຖະບານອີຣານຈະຕໍ່ສູ້ກັບນະໂຍບາຍທຳລາຍລ້າງຂອງສະຫະລັດ ອາເມຣິກາຢ່າງເຖິງທີ່ສຸດຕາມແນວທາງສັນຕິ.


ຂະນະທີ່ທ່ານ ນາງ ເຈນນິເຟີ ນິວສະເຕດ ຫົວໜ້າຄະນະຜູ້ແທນຂອງລັດຖະບານສະຫະລັດ ອາເມຣິກາ ມີກຳນົດຂຶ້ນໃຫ້ການຕໍ່ສານໃນວັນອັງຄານທີ 28 ສິງຫາ ນີ້ ຕາມເວລາທ້ອງຖິ່ນ ເຊິ່ງແນ່ນອນວ່າຈະເປັນການໂຕ້ແຍ້ງອີຣານໃນທຸກບັນຫາ, ໃນດ້ານຂອງທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວທີ່ນະຄອນຫຼວງວໍຊິງຕັນວ່າ ອີຣານກຳລັງພະຍາຍາມແຊກແຊງສິດທິອັນຊອບທຳໃນຖານະລັດເອກະລາດ ຂອງສະຫະລັດ ອາເມຣິກາ ເຊິ່ງດດຳເນີນການຕາມກົດໝາຍເພື່ອປົກປ້ອງຜົນປະໂຫຍດຂອງຊາດ.
ເຊິ່ງຄຳຕັດສິນໂດຍຄະນະຜູ້ພິພາກສານໂລກທັງ 16 ທ່ານຖືເປັນອັນສິ້ນສຸດ ແລະ ບໍ່ສາມາດອຸທອນໄດ້ອີກບໍ່ວ່າໃນກໍລະນີໃດກໍ່ຕາມ ພາຍຫຼັງອີຣານເປັນຝ່າຍຍືນຄຳຮ້ອງຟ້ອງເມື່ອເດືອນກໍລະກົດ ທີ່ຜ່ານມາ ມີລາຍງາວ່າ: ທ່ານ ອັບດຸນກາວີ ອາເໝັດ ຢູຊູບ ປະທານອົງຄະນະຜູ້ພິພາກສາສານໂລກຄົນປັດຈຸບັນ ເຊິ່ງເປັນຊາວໂຊມາລີ ຢ້ຳເຕືອນໃຫ້ອີຣານ ແລະ ສະຫະລັດອາເມຣິກາຍອມຮັບຄຳຕັດສິນຂອງສານ ເນື່ອງຈາກທັງສອງປະເທດມີປະຫວັດບໍ່ຍອມຮັບຄຳຕັດສິນຂອງສານ ທີ່ຕ່າງຝ່າຍຕ່າງເຄີຍຟ້ອງກັນ ແລະ ກັນມາແລ້ວຫຼາຍຄັ້ງໃນອະດີດ.



ສະແດງຄວາມຄິດເຫັນ