ລັດເຊຍ ກະກຽມການຊ້ອມຮົບຄັ້ງໃຫຍ່ ໃນທະເລເມດິເຕິເຣນຽນ ທ່າມກາງຄວາມເຄັ່ງຕຶງກັບຕາເວັນຕົກ


ສຳນັກຂ່າວຕ່າງປະເທດລາຍງານ 31 ສິງຫາ 2018 ວ່າ: ກະຊວງປ້ອງກັນປະເທດລັດເຊຍ ອອກຖະແຫຼງການເມື່ອວັນພະຫັດ ທີ່ຜ່ານມາວ່າ: ເຮືອຮົບຫຼາຍກວ່າ 25 ລຳ ນຳໂດຍເຮືອລາດຕະເວັນຈອມພົນອຸສຕິນັອບ (Marshal Ustinov) ພ້ອມກອງເຮືອສະໜັບສະໜູນອີກຈຳນວນໜຶ່ງ ແລະ ຍົນຮົບອີກປະມານ 30 ລຳ ເຊິ່ງລວມເຖິງຍົນຂັບໄລ່ ແລະ ຍົນຖິ້ມລະເບີດທາງຍຸດທະສາດ ຈະປະຕິບັດການເຝິກຊ້ອມຮົບຮ່ວມກັນໃນເຂດນ່ານນ້ຳສາກົນຂອງທະເລເມດິເຕິເຣນຽນ ລະຫວ່າງວັນທີ 1-8 ກັນຍາ 2018 ນີ້ ໂດຍການເຝິກຊ້ອມຮົບທີ່ຈະເກີດຂຶ້ນເປັນໄປຕາມກອບກົດໝາຍລະຫວ່າງປະເທດທຸກປະການ.

ການເຄື່ອນໄຫວດັ່ງກ່າວຂອງກອງທັບລັດເຊຍ ເກີດຂຶ້ນພາຍຫຼັງທີ່ອົງການສົນທິສັນຍາອາກລັງຕຶກເໜືອ (NATO) ລາຍງານວ່າ ກອງທັບເຮືອລັດເຊຍໄດ້ເສີມກຳລັງ ຢູ່ບໍລິເວນທະເລເມດິເຕິເຣນຽນ ນອກຝັ່ງເບື້ອງຕາເວັນຕົກຂອງຊີຣີ ທ່າມກາງບັນຍາກາດຄວາມເຄັ່ງຕຶງທີ່ແຂວງອິດລິບ ຂອງຊີຣີ ທີ່ເປັນເຂດທີ່ໝັ້ນຂະໜາດໃຫຍ່ແຫ່ງສຸດທ້າຍຂອງກອງກຳລັງຝ່າຍຕໍ່ຕ້ານລັດຖະບານຊີຣີ ໂດຍກອງທັບຊີຣີໄດ້ເພີ່ມການປິດລ້ອມພື້ນທີ່ຕັ້ງແຕ່ຕົ້ນອາທິດນີ້ ເພື່ອກຽມຄວາມພ້ອມສຳລັບປະຕິບັດການຢຶດຄືນພື້ນທີ່ ເຊິ່ງຄາດວ່າຈະເກີດຂຶ້ນໃນອີກບໍ່ດົນນີ້.
ຂະນະດຽວກັນ, ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວວ່າພື້ນທີ່ສ່ວນໃຫຍ່ໃນຊີຣີ ປາສະຈາກກຸ່ມກໍ່ການຮ້າຍ ຍັງເຫຼືອແຕ່ໃນແຂວງອິດລິບ, ໃນດ້ານຂອງທ່ານ ວາຫຼິດ ອັນ-ມູອັນເລັມ ລັດຖະມົນຕີກະຊວງການຕ່າງປະເທດຊີຣີ ເຊິ່ງໄດ້ພົບປະຫາລືກັບທ່ານ ເຊີເກ ລາວາຣົບ ທີ່ນະຄອນຫຼວງມົດສະກູ ຢືນຢັນວ່າກອງທັບຊີຣີ ຈະເດີນໜ້າພາລະກິດຄັ້ງສຳຄັນນີ້ ຕາມແຜນການ ແລະ ຈະຄຸ້ມຄອງຄວາມສ່ຽງຈາກອັນຕະລາຍແກ່ປະຊາຊົນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້.
ເຖິງຢ່າງໃດກໍ່ຕາມ, ກ່ອນໜ້ານັ້ນ ທ່ານ ເຊີເກ ລາວາຣົບ ກ່າວພາຍຫຼັງສຳເລັດການຮ່ວມປະຊຸມກັບທ່ານ ອາເດວ ອັນ-ຈູເບອີ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອູດິດວ່າ: ຮຸ້ນສ່ວນຈາກປະເທດຕາເວັນຕົກ ບໍ່ຄວນສະໜັບສະໜູນການເຄື່ອນໄຫວທີ່ເປັນການຄຸກຄາມ ແລະ ເພີ່ມຄວາມແຂງກະດ້າງໃຫ້ແກ່ກອງກຳລັງຝ່າຍຕໍ່ຕ້ານລັດຖະບານຊີຣີ ລະຫວ່າງທີ່ກອງທັບຊີຣີ ແລະ ພັນທະມິດປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ໃນແຂວງອິດລິບ ເພື່ອໃຫ້ພາລະກິດສຳເລັດໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້, ໃນດ້ານຂອງທ່ານ ນາງ ຮິດເທີ ເນົາເອິດ ໂຄສົກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວວ່າລັດຖະບານສະຫະລັດ ອາເມຣິກາບໍ່ພຽງແຕ່ເປັນຫ່ວງວ່າຈະມີຄວາມເປັນໄປໄດ້ຂອງການໃຊ້ອາວຸດເຄມີໃນປະຕິບັດການທາງທະຫານຢູ່ແຂວງອິດລິບ ແຕ່ຍັງລວມໄປເຖິງການໃຊ້ຄວາມຮຸນແຮງຕໍ່ປະຊາຊົນ, ສ່ວນທ່ານ ຈອນ ໂບຕັ້ນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ເຕືອນວ່າ ສະຫະລັດ ອາເມຣິກາ ພ້ອມຕອບໂຕ້ທັນທີ ແລະ ໜັກໜ່ວງ ຫາກພົບການໃຊ້ອາວຸດເຄມີໃນແຂວງອິດລິບ.

ສະແດງຄວາມຄິດເຫັນ