ເຂື່ອນໃນມຽນມາແຕກແຫງ ອົບພະຍົບປະຊາຊົນອຶກກະທຶກ ອອກຈາກເມືອງກ້ອງເຂື່ອນ


ສຳນັກຂ່າວຕ່າງປະເທດລາຍງານ 29 ສິງຫາ 2018 ວ່າ: ໜ່ວຍງານດັບເພີງຂອງມຽນມາ ໄດ້ຈັດສົ່ງເຈົ້າໜ້າທີ່ໜ່ວຍກູ້ໄພໄປຍັງເມືອງສະວາ ເພື່ອຊ່ວຍເຫຼືອປະຊາຊົນ ເນື່ອງຈາກເຂື່ອນເກັບນ້ຳແຕກແຫງ ເມື່ອເວລາ 5:30 ນາທີ ເຊົ້າວັນພຸດນີ້ ເຮັດໃຫ້ນ້ຳໃນເຂື່ອນໄຫຼເຂົ້າຖ້ວມເມືອງສະວາທີ່ຢູ່ໃກ້ຄຽງ.
ທ່ານ ຊານ ເນັງ ທູ ເຈົ້າໜ້າທີ່ໜ່ວຍງານຮັບຜິດຊອບໄພພິບັດແຫ່ງຊາດ ສາຂາທ້ອງຖິ່ນເປີດເຜີຍວ່າ ປະຊາຊົນໃນເມືອງສະວາຫຼາຍກວ່າ 5,400 ຄົນ ໄດ້ອົບພະຍົບໄປພັກອາໄສຊົ່ວຄາວທີ່ວັດ ແລະ ພື້ນທີ່ໆປອດໄພໃນເມືອງຍີດາເຊ ອີກກວ່າ 1,500 ຄົນຖືກອົບພະຍົບໄປຍັງເມືອງທາຄະຢາ ແລະ ອີກປະມານ 1,500 ຄົນຈາກຢ່າງໜ້ອຍ 4 ບ້ານໃກ້ເຂື່ອນເຈົ້າພັກອາໄສທີ່ວັດໃກ້ຄຽງ.
ເຊິ່ງມີລາຍງານເມື່ອເວລາປະມານ 14:00 ໂມງ ນ້ຳໄດ້ຢຸດໄຫຼອອກຈາກເຂື່ອນທີ່ມີຮອຍແຕກແລ້ວ ແລະ ມີນ້ຳເຫຼືອຢູ່ໃນເຂື່ອນປະມານ 1 ໃນ 3 ຂອງລະດັບປົກກະຕິ.
ໃນນຕອນເຊົ້າວັນພຸດນີ້ ເຈົ້າໜ້າທີ່ມຽນມາໄດ້ສັ່ງປິດການສັນຈອນຕາມເສັ້ນທາງຫຼວງສາຍຢ່າງກຸ້ງ-ມັນດະເລ ຊ່ວງທີ່ຜ່ານມາເມືອງສະວາ ເປັນການຊົ່ວຄາວ ເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນ.
ຈາກຂໍ້ມູນຂອງກະຊວງສະກິກຳ ແລະ ຊົນລະປະທານມຽນມາ ເຂື່ອນສະວາສ້າງຂຶ້ນເມື່ອປີ 2004 ສາມາດກັກເກັບນ້ຳກວ່າ 266 ລ້ານແມັດກ້ອນ ແລະ ລະບາຍນ້ຳໃຫ້ຊາວກະສິກອນໃນພື້ນທີ່ຫຼາຍກວ່າ 8,000 ເຮັກຕາ.










ສະແດງຄວາມຄິດເຫັນ