ຈີນ-ລັດເຊຍ ປົກປ້ອງມຽນມາ ຈາກລາຍງານຂອງສະຫະປະຊາຊາດວ່າ ຂ້າລ້າງເຜົ່າພັນຊາວໂຣຮິງຢາ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ສິງຫາ 2018 ວ່າ: ທ່ານ ອູ໋ ໄຫ່ເຖົາ ເອກອັກຄະລັດຖະທູດຈີນ ປະຈຳສະຫະປະຊາຊາດ ກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເມື່ອວັນອັງຄານທີ່ຜ່ານມາວ່າ: ມຽນມາ ແລະ ບັງກະລາເທດຄວນຮ່ວມກັນຫາທາງແກ້ໄຂບັນຫາລັດຍະໄຂ່ ໃນລະດັບສອງຝ່າຍ ແລະ ໜຶ່ງໃນວາລະຮີບດ່ວນຕອນນີ້ ຄືການຍົກຍ້າຍຜູ້ລີ້ໄພຊາວໂຣຮິງຢາ ໃນບັງກະລາເທດກັບຖິ່ນຖານເດີມໂດຍໄວທີ່ສຸດ, ຂະນະທີ່ທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ ຮຽກຮ້ອງວ່າຄວນໃຊ້ມາດຕະການສົມດຸນ ແລະ ຫຼຸດຜ່ອນແຮງກົດດັນແບບປະເຊີນໜ້າ ແລະ ກ່າວອີກວ່າສະຖານະການໃນລັດຍະໄຂ່ເປັນບັນຫາຊຳເຮື້ອທີ່ຝັງຮາກເລິກ.

ເຖິງຢ່າງໃດກໍ່ຕາມ, ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ ກ່າວເຖິງລາຍງານຂອງຄະນະສືບສວນສອບສວນອິດສະຫຼະຂອງຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ທີ່ເປີດເຜີຍເມື່ອຕົ້ນອາທິດນີ້ວ່າ ເຈົ້າໜ້າທີ່ລະດັບສູງ 6 ທ່ານໃນກອງທັບມຽນມາ ລວມເຖິງທ່ານ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດ ແລະ ໜ່ວຍງານອີກຫຼາຍແຫ່ງໃນສັງກັດຂອງກອງທັບ ກ່ຽວຂ້ອງກັບການລະເມີດສິດທິມະນຸດຢ່າງຮ້າຍແຮງຕໍ່ພົນລະເມືອງໃນປະເທດ ໂດຍສະເພາະຕໍ່ຊາວໂຣຮິງຢາ ໃນລັດຍະໄຂ່ ເປັນລາຍງານທີ່ທຸກຝ່າຍໃນສະຫະປະຊາຊາດ ຕ້ອງໃຫ້ຄວາມສຳຄັນ ແລະ ຮຽກຮ້ອງການກວດສອບຕາມກອບກົດໝາຍລະຫວ່າງປະເທດ, ໃນດ້ານຂອງຊູແອດ ແລະ ໂຮນລັງຮຽກຮ້ອງໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະເໜີບັນຫາລັດຍະໄຂ່ ເຂົ້າສູ່ການພິຈາລະນາຂອງສານອາຍາລະຫວ່າງປະເທດ (ICC) ທີ່ນະຄອນເຮກ.
ໃນດ້ານຂອງທ່ານ ເຮົາ ດູ ຊວນ ເອກອັກຄະລັດຖະທູດມຽນມາປະຈຳສະຫະປະຊາຊາດ ກ່າວຕໍ່ກອງປະຊຸມວ່າ: ມຽນມາຈະປະຕິເສດໃຫ້ການຮ່ວມມືກັບຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດໃນຄັ້ງນີ້ ເນື່ອງຈາກເປັນຫ່ວງກ່ຽວກັບຄວາມທ່ຽງທຳຂອງລາຍງານ ແລະ ຕັ້ງຄຳຖາມກ່ຽວກັບຈຸດປະສົງທີ່ແທ້ຈິງ ຂອງການສ້າງລາຍງານສະບັບດັ່ງກ່າວ ແລະ ການເຜີຍແຜ່ລາຍງານກ່ອນການປະຊຸມຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ພ້ອມທັງຢືນຢັນວ່າ ປະຕິບັດການທາງທະຫານຂອງມຽນມາໃນລັດຍະໄຂ່ ຄືການຄຸ້ມຄອງປະຊາຊົນຜູ້ບໍລິສຸດ ແລະ ກຸ່ມກໍ່ການຮ້າຍທາງສາສະໜາເປັນຕົ້ນເຫດຂອງການເກີດຄື້ນຜູ້ອົບພະຍົບຄັ້ງໃຫຍ່ນີ້.
ໃນອີກດ້ານໜຶ່ງ, ທ່ານ ນາງ ຫົວ ຊຸນຫຍິງ ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວເມື່ອວັນອັງຄານ ທີ່ຜ່ານມາວ່າ: ສະຖານະການດ້ານຄວາມໝັ້ນຄົງ ແລະ ສິດທິມະນຸດໃນລັດຍະໄຂ່ຂອງມຽນມາ ເປັນບັນຫາລະອຽດອ່ອນ, ລັດຖະບານຈີນບໍ່ເຊື່ອວ່າການອອກລາຍງານວິຈານ ຫຼື ການບັງຄັບໃຊ້ມາດຕະການຂວໍ້າບາດພຽງຝ່າຍດຽວ ຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງທີ່ເກີດຂຶ້ນໄດ້, ພ້ອມທັງຢືນຢັນວ່າຈີນ ເຊິ່ງເປັນ 1 ໃນ 5 ສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດບໍ່ເຄີຍຂັດຂວາງ ຄວາມພະຍາຍາມຂອງກອງປະຊຸມໃນການດຳເນີນການກ່ຽວກັບສະຖານະການໃນລັດຍະໄຂ່.

ສະແດງຄວາມຄິດເຫັນ