ລັດເຊຍຈະຊ້ອມຮົບຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ໂດຍຈະມີຈີນ ແລະ ມົງໂກລີເຂົ້າຮ່ວມດ້ວຍ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ສິງຫາ 2018 ທີ່ຜ່ານມາວ່າ: ທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍຖະແຫຼງວ່າ ລັດເຊຍຈະຈັດຊ້ອມຮົບຄັ້ງຍິ່ງໃຫຍ່ໃນລະຫວ່າງວັນທີ 11-15 ກັນຍາ 2018 ນີ້ ພາຍໃຕ້ຊື່ລະຫັດ “Vostok-2018” (ຕາເວັນອອກ-2018) ໃນພື້ນທີ່ເຂດທະຫານພາກກາງ ແລະ ພາກຕາເວັນອອກຂອງລັດເຊຍ ເຊິ່ງຈະມີກຳລັງພົນເຂົ້າຮ່ວມທັງໝົດ 300,000 ຄົນ, ພາຫະນະທາງອາກາດ 1,000 ລຳ, ກອງເຮືອຂອງລັດເຊຍອີກ 2 ກອງເຮືອ ແລະ ທະຫານອາກາດທັງໝົດ ລວມທັງຍັງມີກອງທະຫານຈາກຈີນ ແລະ ມົງໂກລີເຂົ້າຮ່ວມຊ້ອມຮົບອີກດ້ວຍ.
ການຊ້ອມຮົບໃນຄັ້ງນີ້ເກີດຂຶ້ນໃນຊ່ວງທີ່ສະຖານະການເຂົ້າຂັ້ນເຄັ່ງຕຶງລະຫວ່າງລັດເຊຍ ກັບ ບັນດາປະເທດຕາເວັນຕົກ ເຊິ່ງຫຼາຍຝ່າຍສະແດງຄວາມເປັນຫ່ວງວ່າ ຈະເປັນການເສີມສ້າງກຳລັງທາງທະຫານຢ່າງບໍ່ຖືກຕ້ອງເພື່ອຕໍ່ຕ້ານກຳລັງທະຫານຂອງອົງການສົນທິສັນຍາອາກລັງຕິກເໜືອ (NATO) ໃນຝັ່ງຕາເວັນຕົກຂອງລັດເຊຍ ເຊິ່ງທາງຝ່າຍ NATO ເອງກໍ່ກຽມຄວາມພ້ອມໄວ້ເຊັ່ນກັນໃນເອີຣົບຕາເວັນອອກ ເພື່ອປ້ອງກັນຫາກເກີດການໃຊ້ປະຕິບັດການທາງທະຫານ ຫຼັງຈາກລັດເຊຍໄດ້ລວມເອົາດິນແດນໄຄຼເມຍຈາກອູແກຣນເມື່ອປີ 2014.
ນອກຈາກນັ້ນການຊ້ອມຮົບໃນຄັ້ງນີ້ຍັງອາດສ້າງຄວາມບໍ່ພໍໃຈໃຫ້ກັບຍີ່ປຸ່ນ ເຊິ່ງໄດ້ຮຽກຮ້ອງໄປແລ້ວວ່າລັດເຊຍກຳລັງເສີມກຳລັງທາງທະຫານໃນພາກຕາເວັນອອກໄກ ເຊິ່ງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນມີກຳນົດໄປຮ່ວມປະຊຸມທີ່ເມືອງວະລາດິວອສຕັອກໃນຊ່ວງທີ່ມີການຊ້ອມຮົບພໍດີ ແລະ ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງຍີ່ປຸ່ນກ່າວວ່າ ລັດຖະບານຍີ່ປຸ່ນໃຫ້ຄວາມສຳຄັນກັບການຮ່ວມມືທາງທະຫານລະຫວ່າງລັດເຊຍກັບຈີນ.
ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍກ່າວຢືນຢັນອີກວ່າ: ການຊ້ອມຮົບ “Vostok-2018” ຖືວ່າໃຫຍ່ທີ່ສຸດນັບຕັ້ງແຕ່ການຊ້ອມຮົບສະໄໝສະຫະພາບໂຊວຽດ ພາຍໃຕ້ຊື່ລະຫວັດຊາປາດ-81 (ຕາເວັນຕົກ-81) ໃນປີ 1981.
ໃນດ້ານຂອງທ່ານ ດະມິທຣີ ເປສຄັອບ ໂຄສົກປະທານປະເທດລັດເຊຍຖະແຫຼງວ່າ ການທີ່ກອງທັບຈີນເຂົ້າຮ່ວມການຊ້ອມຮົບດ້ວຍສະແດງໃຫ້ເຫັນເຖິງການຮ່ວມມືທາງດ້ານການທະຫານຢ່າງເຂັ້ມແຂງລະຫວ່າງລັດເຊຍກັບຈີນ ແລະ ສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຈີນມີແຜນທີ່ຈະສົ່ງກຳລັງພົນ 3,200ຄົນ ແລະ ໜ່ວຍອາວຸດອີກ 900 ໜ່ວຍເຂົ້າຮ່ວມຊ້ອມຮົບກັບລັດເຊຍ.
(ພາບການຊ້ອມຮົບ ຊາປາດ 2017)









ສະແດງຄວາມຄິດເຫັນ