ລາວ-ຈີນ ຈະເລັ່ງລັດສ້າງແຜນແລວທາງເສດຖະກິດລາວ-ຈີນ ໃຫ້ຫຼາຍຂຶ້ນກວ່າເກົ່າ


ວິທະຍຸກະຈາຍສຽງແຫ່ງປະເທດຈີນລາຍງານເມື່ອວັນທີ 26 ສິງຫາ 2018 ທີ່ຜ່ານມາວ່າ: ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນໄດ້ພົບປະເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ໃນໂອກາດເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງ.

ທ່ານ ຫວັງ ອີ້ ກ່າວວ່າ: ພາຍໃຕ້ການນຳພາ ແລະ ຊຸກຍູ້ຂອງຜູ້ນຳສູງສຸດຂອງສອງປະເທດ, ການພົວພັນລະຫວ່າງລາວ-ຈີນໄດ້ຮັກສາທ່າອ່ຽງແຫ່ງການພັດທະນາທີ່ດີ, ໄດ້ສ້າງສະພາບການໃໝ່ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍຖືເອົາແລວທາງເສດຖະກິດລາວ-ຈີນເປັນແຜນແມ່ບົດ, ຖືການຮ່ວມມືໂຄງການໃຫຍ່ເປັນທິດນຳ, ຖືການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຫຼຸດຜ່ອນຄວາມທຸກຍາກເປັນການເພີ່ມພູນຄູນສ້າງ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບຄວາມຄືບໜ້າທີ່ດີ. ຈີນຈະສືບຕໍ່ຮ່ວມກັບລາວເລັ່ງລັດວາງແຜນການແລວທາງເສດຖະກິດຈີນ-ລາວ, ເລັ່ງລັດການສ້າງທາງລົດໄຟລາວ-ຈີນ, ພະຍາຍາມເພື່ອໃຫ້ໂຄງການຮ່ວມມືໄດ້ຮັບການປະຕິບັດຫຼາຍກວ່າເກົ່າ.

ທ່ານ ສະເຫຼີມໄຊ ກົມມະສິດກ່າວວ່າ: ຍິນດີຮ່ວມກັນຈີນເລັ່ງລັດການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ລົງເລິກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນໂອກາດທທີ່ລາວປະຕິບັດໜ້າທີ່ເປັນປະເທດປະທານໝູນວຽນຮ່ວມ.





ສະແດງຄວາມຄິດເຫັນ