ນ້ອງອ້ອຍ ນັກກີລາປັນຈັກສີລັດລາວ ໃນອາຊຽນເກມ ໄດ້ເຂົ້າຮອບຊິງຫຼຽນຄຳແລ້ວ


ຈາກການແຂ່ງຂັນໃນຄັ້ງວັນທີ 26 ສິງຫາ 2018 ນີ້ ຮອບຮອງຊະນະເລີດປັນຈັກສີລັດ ເພດຍິງ ລຸ້ນ 55-60 ກິໂລກຣາມ ໃນອາຊຽນເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ລະຫວ່າງນາງ ນ້ອງອ້ອຍ ວົງພັກດີ ນັກກີລາທີມຊາດລາວ ພົບກັບນັກກີລາຈາກປະເທດສິງກະໂປ ຜົນການແຂ່ງຂັນນ້ອງອ້ອຍ ສາມາດເອົາຊະນະຄູ່ແຂ່ງໄປໄດ້ 3-2 ເຮັດໃຫ້ເຂົ້າຮອບຊີງຊະນະເລີດ ເພື່ອຍາດເອົາຫຼຽນຄຳຕໍ່ໄປ ໂດຍຈະພົບກັບປະເທດເຈົ້າພາບອິນໂດເນເຊຍ ໃນວັນທີ 29 ສິງຫາ 2018 ນີ້.
ເຊິ່ງປັດຈຸບັນ, ສປປ.ລາວ ມີ 3 ຫຼຽນ, 1 ຫຼຽນເງິນ ແລະ 2 ຫຼຽນທອງແດງ ຢູ່ໃນອັນດັບທີ 28 ຈາກທັງໝົດ 45 ປະເທດໃນຕາຕະລາງສະຫຼຸບຫຼຽນ ໂດຍຫຼຽນເງິນໄດ້ຈາກການແຂ່ງຂັນກະຕໍ້ທີມຊາຍ ສ່ວນ 2 ຫຼຽນທອງແດງໄດ້ຈາກກີລາປັນຈັກສີລັດຊາຍລຸ້ນ 50-55 ກິໂລກຣາມ 1 ຫຼຽນ ແລະ ປັນຈັກສີລັດຍິງລຸ້ນ 50-55 ກິໂລກຣາມ 1 ຫຼຽນ.





ສະແດງຄວາມຄິດເຫັນ