ສປປ.ລາວ ໄດ້ທຶນຈາກຂອບການຮ່ວມມືແມ່ນ້ຳຂອງ-ເກົາຫຼີໃຕ້ ກວ່າ 7 ແສນໂດລາ ເພື່ອປະຕິບັດຫຼາຍໂຄງການ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhs9XtBPM2WB0tX-BOz0K5y4f3func6i4f1bp-RxRPzwMcVizuHuJyLfA7NRJ6yX7mczDU8Q2aYv9fHldy2x6jkHUVTpf7hWLBzdyAXuP_zOzqXVmmrG6_JKUC0Bbj_TU3uep6V0FL9BxM/s1600/1935.jpg)
ກະຊວງການຕ່າງປະເທດລາຍງານເມື່ອວັນທີ 3 ສິງຫາ 2018 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງຕ່າງປະເທດ ຂອງ ສປປ.ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ເກົາຫຼີໃຕ້ ຄັ້ງທີ 8 ຮ່ວມກັບ ທ່ານ ນາງ ຄັງ ຍັງ ວາ ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້.
![](https://blogger.googleusercontent.com/img/b/R29vZ2xl/AVvXsEgvAxMg5qFqcVc56TE-3kIh3xYEF2p0KpTsEsX51SuTgolqsxcWf6WrCN-ZoLiDy2TVwJkECMwc5Hxl-3rVi6EQierS6D6Qy26l02P959KqVGPDo1_Qzq_Ji0jgWetIsP-uFVnNUeQNFUQ/s1600/1931.jpg)
ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດຜັນຂະຫຍາຍ 2 ເອກະສານສໍາຄັນຄື: ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ເກົາຫຼີໃຕ້ ຄັ້ງທີ 7 ແລະ ແຜນປະຕິບັດງານ ແມ່ນໍ້າຂອງ-ເກົາຫຼີໃຕ້ 2017-2020 ໂດຍສຸມໃສ່ 3 ແຜນງານ ປະກອບມີ 6 ຂະແໜງການບູລິມະສິດ.
ບັນດາປະເທດສະມາຊິກ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຈາກກອງທຶນ ແມ່ນໍ້າຂອງ-ເກົາຫຼີໃຕ້, ເຊິ່ງ ສປປ.ລາວ ແມ່ນກຳລັງຈັດຕັ້ງປະຕິບັດ 2 ໂຄງການ ຄື: “ໂຄງການເພີ່ມຄວາມອາດສາມາດຂອງປະຊາຊົນ ແລະ ບັນດາເມືອງທຸກຍາກຂອງ ສປປ.ລາວ ໃນການເຂົ້າເຖິງນິຕິກຳ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ແກ່ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນຕ່າງໆ ແລະ ການເປີດກວ້າງທາງດ້ານການຄ້າ” ມີມູນຄ່າປະມານ 423,000 ໂດລາສະຫະລັດ; “ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລາງ ດ້ານອຸຕຸນິຍົມ-ອຸທົກກະສາດ ໃນອ່າງແມ່ນໍ້າຂອງ ຂອງ ສປປ.ລາວໃຫ້ທັນສະໄໝ” ມູນຄ່າ 350,000 ໂດລາສະຫະລັດ.
ນອກຈາກນີ້ ກອງປະຊຸມໄດ້ຮ່ວມກັນປືກສາຫາລື ແຜນການເປີດກວ້າງ ແລະ ຂະຫຍາຍການຮ່ວມມືໃນຕໍ່ໜ້າ ໃຫ້ຮັດແໜ້ນຂຶ້ນອີກ, ໂດຍສະເພາະ ການຍົກລະດັບກົນໄກການຮ່ວມມື ຈາກລະດັບກອງປະຊຸມລັດຖະມົນຕີຕ່າງປະເທດ ຂຶ້ນເປັນກອງປະຊຸມສຸດຍອດ ໃນຕໍ່ໜ້າ. ບັນດາລັດຖະມົນຕີຕ່າງປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ເກົາຫຼີໃຕ້ຄັ້ງທີ 8 ເພື່ອເປັນເອກະສານອ້າງອີງ ໃນການຈັດຕັ້ງຂອບການຮ່ວມມືດັ່ງກ່າວໃນຕໍ່ໜ້າ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjA6vwEmlzVbqtXDlhLgBoAuO1mt7y6-lviOQEeaNKiCnMDQJxnNQyNpxjKocFrk36WcwPY2s9JqH3161Z6G6JTLCiG3IsdYmrMK35H-y-M0eILQP2gw3d7mrbfnqTmLyaO96OKXKqobk4/s1600/1932.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgPck9auKb6BJAIk3SPC_VFAVrllHgarDaQxTGhUR9uXY19JUFlTMQK4KywkASk4yW1mc-MdH-wqLs_LQTSNSunZfNCvbzLVsAMxL3zM24yheNKUnZTtMMsEneFpXh1oYFZNlinXdlEitg/s1600/1934.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjlhscSZ1dr14qVlQW-GoT2XuA55QfKvsiQimcj1Nkd4W5tKcq1mFMkF68-SvlvRzTMIZMKxq5w6buLqHPuMS7qlpQhiVxhguDfmXewrYteTuN2tZIG8PidA8S2G-O-lyDrInikmmnmZLI/s1600/1933.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiSR-xOSAUZEKIM5Nv3I_oksd0LxY1rfROpHOrpcEcyeuxIOkLhPSrt7GsypXf0ya8zlgV8n6-h2ktqf4FLQSA8ycobCyQf4ePwVMNsKuosBYT5u1WAYWs0jfbh7GzmmuU4NWlh3175aCY/s1600/1930.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ