ມາເລເຊຍ ສະເຫຼີມສະຫຼອງວັນຊາດຄົບຮອບ 61 ປີ ຢ່າງຍິ່ງໃຫຍ່


ສຳນັກຂ່າວຕ່າງປະເທດລາຍງານ 31 ສິງຫາ 2018 ວ່າ: ສົມເດັດພະລາຊາທິບໍດີ ມູຮຳໝັດ ທີ 5 ເປັນປະທານໃນພີທີເດີນສວນສະໜາມຂອງກອງທັບມາເລເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ເຊິ່ງປີນີ້ເປັນປີທີ 61 ໂດຍແນວຄິດຂອງການຈັດງານໃນປີນີ້ແມ່ນເນັ້ນໄປທີ່ການສົ່ງເສີມຄວາມຮັກຊາດ, ການປູກຝັງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ການເສີມສ້າງຄວາມໝັ້ນຄົງພາຍໃນຊາດ ແລະ ການສ້າງຄວາມສາມັກຄີຂອງປະຊາຊົນ, ໂດຍມາເລເຊຍໄດ້ຮັບເອກະລາດຈາກອັງກິດ ເມື່ອວັນທີ 31 ສິງຫາ 1957.
ຂະນະທີ່ທ່ານ ດຣ. ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີ ແລະ ສະມາຊິກໃນຄະນະລັດຖະມົນຕີ ລວມໄປເຖິງເອກອັກຄະລັດຖະທູດໃນຖານະຜູ້ແທນລັດຖະບານຕ່າງປະເທດເຂົ້າຮ່ວມເປັນກຽດໃນພິທີສະເຫຼີມສະຫຼອງວັນຊາດຂອງມາເລເຊຍໃນປີນີ້ຢ່າງພ້ອມພຽງ, ເຊິ່ງສະຖານີໂທລະພາບແຫ່ງຊາດມາເລເຊຍ ໄດ້ອອກອາກາດຄຳຖະແຫຼງຂອງທ່ານ ດຣ. ມະຫາເທ ໂມຮຳໝັດ ເມື່ອວັນພະຫັດ ທີ່ຜ່ານມາວ່າ: ວັນຊາດຂອງມາເລເຊຍໃນປີນີ້ ປຽບໄດ້ດັ່ງການປະກາດເອກະລາດເປັນຄັ້ງທີ 2 ເນື່ອງຈາກເປັນການສະເຫຼີມສະຫຼອງວັນຊາດຄັ້ງທຳອິດຂອງຊາວເມເລເຊຍທຸກເຊື້ອຊາດ ພາຍໃຕ້ລັດຖະບານທີ່ບໍ່ແມ່ນພັກມະລາຢູສາມັກຄີແຫ່ງຊາດ.
ນອກຈາກນີ້, ຍັງຖືເປັນຄັ້ງທຳອິດໃນຮອບ 13 ປີ ຫຼື ນັບຕັ້ງແຕ່ປີ 2005 ທີ່ກອງທັບກັບມາຈັດສວນສະໜາມໃນວັນຊາດ ທີ່ເມືອງປຸຕຣາຈາຢາ ເຊິ່ງສື່ຄວາມໝາຍເຖິງການຕ້ອນຮັບທ່ານ ດຣ. ມະຫາເທ ໂມຮຳໝັດຄືນສູ່ຕຳແໜ່ງສູງສຸດທາງການເມືອງ ເຊິ່ງທ່ານເປັນຜູ້ສະເໜີການພັດນາເມືອງປຸຕຣາຈາຢາ ຫຼື ຊື່ເດີມຄືປຣັງເບຊາ ໃຫ້ເປັນເມືອງຫຼວງທາງການເມືອງຂອງປະເທດ ເມື່ອປີ 1995.














ສະແດງຄວາມຄິດເຫັນ