ຊາວໂຣຮິງຢາ ໂຮມຊຸມນຸມລະນຶກຄົບຮອບ 1 ປີ ເຫດຄວາມຮຸນແຮງທີ່ລັດຍະໄຂ່ ປະເທດມຽນມາ


ສຳນັກຂ່າວຕ່າງປະເທດລາຍງານ 25 ສິງຫາ 2018 ວ່າ: ຊາວໂຣຍິງຢາຫຼາຍກວ່າ15,000 ຄົນ ໃນຄ້າຍຜູ້ລີ້ໄພກູຕູປະຫຼ່ອງ ເມືອງຄັອກ ບາຊາ ທາງພາກຕາເວັນອອກສຽງໃຕ້ຂອງບັງກະລາເທດ ໄດ້ຈັດກິດຈະກຳໂຮມຊຸມນຸມພາຍໃນບໍລິເວນຄ້າຍຜູ້ລີ້ໄພ ເມື່ອຕອນເຊົ້າຂອງວັນເສົານີ້ ຕາມເວລາທ້ອງຖິ່ນ ເພື່ອຮ່ວມກັນຮຽກຮ້ອງຄວາມເປັນທຳ ແລະ ລະນຶກຄົບຮອບ 1 ປີ ເຫດການທີ່ກອງທັບມຽນມາປະຕິບັດການດ້ານຄວາມໝັ້ນຄົງຄັ້ງໃຫຍ່ໃນລັດຍະໄຂ່ ເພື່ອປາບປາມກຸ່ມຫົວຮຸນແຮງ ເຊິ່ງເປັນເຫດເຮັດໃຫ້ຊາວໂຣຮິງຢາຫຼາຍກວ່າ 700,000 ຄົນ ຕ້ອງອົບພະຍົບລີ້ໄພຂ້າມແດນມາຍັງປະເທດບັງກະລາເທດ.
ເຊິ່ງລັດຖະບານ ແລະ ກອງທັບມຽນມາບໍ່ເຄີຍເປີດເຜີຍຈຳນວນຜູ້ເສຍຊີວິດຈາກປະຕິບັດການດັ່ງກ່າວຢ່າງເປັນທາງການ ແຕ່ລາຍງານຂອງອົງການແພດ-ໝໍໄຮ້ພົມແດນ (MSF) ປະເມີນຈຳນວນຜູ້ເສຍຊີວິດຈາກສະຖານະການພຄັ້ງນັ້ນໄວ້ປະມານ 7,000 ຄົນສະເພາະຊາວໂຣຮິງຢາ, ຂະນະທີ່ລັດຖະບານມຽນມາ ແລະ ລັດຖະບານບັງກະລາເທດໄດ້ບັນລຸຂໍ້ຕົກລົງການຮ່ວມມືໃນການສົ່ງກັບຊາວໂຣຮິງຢາຈາກບັງກະລາເທດກັບຄືນມຽນມາຕາມເດີມ ແຕ່ເກືອບບໍ່ມີຄວາມຄືບໜ້າ.
ໃນດ້ານຂອງທ່ານ ນາງ ອອງ ຊານ ຊູ ຈີນ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ (ຜູ້ນຳສູງສຸດຂອງມຽນມາດ້ານພຶດຕິໄນ) ກ່າວໃນລະຫວ່າງການຢ້ຽມຢາມສິງກະໂປໃນອາທິດນີ້ວ່າ ຂະບວນການດັ່ງກ່າວຈະເກີດຂຶ້ນໄວຫຼືຊ້າ ຂຶ້ນຢູ່ກັບການຕັດສິນໃຈຂອງລັດຖະບານບັງກະລາເທດທີ່ຕ້ອງຮ່ວມຕັດສິນໃຈເຊັ່ນກັນ.







ສະແດງຄວາມຄິດເຫັນ