ຈີນຈັບເຈົ້າຂອງໂຮງແຮມ ທີ່ເກີດໄຟໄໝ້ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ເພາະອາດປະມາດຈົນເປັນເຫດ


ສຳນັກຂ່າວຕ່າງປະເທດລາຍງານ 26 ສິງຫາ 2018 ວ່າ: ໜ່ວຍງານຄວາມໝັ້ນຄົງເມືອງຮາບິນ ມົນທົນເຮຫຼົງຈຽງ ທາງພາກຕາເວັນອອກສຽງເໜືອຂອງຈີນຖະແຫຼງວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຕົວເຈົ້າຂອງໂຮງແຮມເປຫຼົງ ຮອດ ສະປຼິງ ທີ່ເກີດໄຟໄໝ້ເມື່ອວັນເສົາທີ່ຜ່ານມາ ແລະ ຍັງສືບສວນສອບສວນຕົວແທນຝ່າຍກົດໝາຍຂອງໂຮງແຮມດັ່ງກ່າວອີກດ້ວຍ ໃນຖານຕ້ອງສົງໄສວ່າຈະມີການກະທຳທີ່ເປັນການປະມາດຈົນເຮັດໃຫ້ເກີດໄຟໄໝ້.


ໂຮງແຮມເປຫຼົງ ຮັອດ ສະປຼິງ ເຊິ່ງເປັນຕຶກສູງ 4 ຊັ້ນ ໄດ້ເກີດເຫດໄຟໄໝ້ເມື່ອເວລາປະມານ 04:36 ນາທີ ຕອນເຊົ້າຂອງວັນເສົາ ທີ 25 ສິງຫາ 2018 ທີ່ຜ່ານມາ ແລະ ຄວບຄຸມໄຟໄວ້ໄດ້ເມື່ອວເລາ 07:50 ນາທີ ໂດຍໃຊ້ກຳລັງເຈົ້າໜ້າທີ່ດັບເພີງ 105 ຄົນ ແລະ ລົດດັບເພີງ 30 ຄັນ ຕາມລາຍງານຂອງໂທລະພາບທາງການຈີນ.
ເຈົ້າໜ້າທີ່ດັບເພີງພົບຜູ້ເສຍຊີວິດ 18 ສົບຢູ່ບ່ອນເກີດເຫດ ແລະ ອີກ 1 ສົບເສຍຊີວິດຢູ່ໂຮງໝໍ ນອກນັ້ນກໍ່ຍັງມີຜູ້ໄດ້ຮັບບາດເຈັບອີກ 23 ຄົນ ສາມາດອົບພະຍົບຄົນອອກມາໄດ້ 80 ຄົນ.
ເມືອງຮາບິນ ມີປະຊາຊົນ 5 ລ້ານຄົນ ຖືເປັນເມືອງໃຫຍ່ອັນດັບສອງທາງພາກຕາເວັນອອກສຽງເໜືອຂອງຈີນ ຮອງຈາກເມືອງເສິນຢາງ ພາຍໃນຕົວເມືອງແມ່ນມີອາຄານແບບສະຖາປັດຕະຍະກຳລັດເຊຍ ແລະ ຍັງເປັນສະຖານທີ່ຈັດເທດສະການນ້ຳແຂງໃນລະດູໜາວ ມີການແກະສະຫຼັກນ້ຳແຂງໂດຍໃຊ້ນ້ຳແຂງຈາກແມ່ນ້ຳຊົງຮົ້ວ.
ລັດຖະບານຈີນໄດ້ມີຄວາມພະຍາຍາມຍົກລະດັບຄວາມປອດໄພຈາກເຫດໄຟໄໝ້ ພາຍຫຼັງທີ່ເກີດເຫດໄຟໄໝ້ຄັ້ງຮຸນແຮງຫຼາຍຄັ້ງທັງໃນໂຮງແຮມ, ສູນການຄ້າ, ອາຄານທີ່ພັກອາໄສ ແຕ່ກໍ່ຍັງເກີດໄຟໄໝຮ້າຍແຮງຢູ່ເປັນປະຈຳເຊັ່ນ: ເມື່ອເດືອນພະຈິກ ປີຜ່ານມາ ເກີດໄຟໄໝ້ອາຄານທີ່ພັກອາໄສໃນນະຄອນຫຼວງປັກກິ່ງ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ສາເຫດມາຈາກສາຍໄຟຟ້າ ແລະ ເມື່ອປີ 2010 ກໍ່ເກີດໄຟໄໝ້ອະພາດເມັ້ນທາວເວີ້ ໃນຊຽງໄຮ ເສຍຊີວິດ 58 ຄົນ ເຈົ້າໜ້າທີ່ສັນນິຖານວ່າຕົ້ນໄຟເກີດຈາກສະເກັດໄຟຂອງຊ່າງຈອດໂລຫະ.

ສະແດງຄວາມຄິດເຫັນ