ອິດສະຣາແອນໂຈມຕີເຂົ້າເຂດຊີຣີ, ຂະນະທີ່ຊີຣີ ແລະ ລັດເຊຍປູພົມໂຈມຕີຢ່າງໜັກໜ່ວງໃນເຂດດັ່ງກ່າວ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEitq2OMEgIySKpGbjac92SPwjVoQEGdKIggZjym47EBP25nHGde6CefAd2KU5LfIQqNO0Vbdyh20zXxH9BnE4SQ5it8SdWkVIaAbeSe-MCDvyVXZPPkm-ck2RPY9goqSX8Z38Lf5oPB81k/s1600/1629.jpg)
ສຳນັກຂ່າວຕ່າງປະເທດລາຍງານ 23 ກໍລະກົດ 2018 ວ່າ: ສຳນັກຂ່າວຊານາຂອງທາງການຊີຣີລາຍງານວ່າ ກອງກຳລັງປ້ອງກັນອິດສະຣາແອນ (IDF) ໄດ້ປະຕິບັດການໂຈມຕີທາງອາກາດທຳລາຍຖານປະຈຳການແຫ່ງໜຶ່ງຂອງກອງທັບຊີຣີ ທີ່ເມືອງມິດສະຢາບ ໃນແຂວງຮາມາ ເມື່ອຕອນເຊົ້າມືດຂອງວັນຈັນນີ້ ຕາມເວລາທ້ອງຖິ່ນ ແຕ່ກໍ່ໃຫ້ເກີດຄວາມເສຍຫາຍພຽງເລັກໜ້ອຍເທົ່ານັ້ນ ແຕ່ກອງກຳລັງປ້ອງກັນອິດສະຣາແອນຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEgoBr9cPRBpYR7v9gTxjXzFtU5PRLjx2nJFSEtG5jFEBjoaXaBt1tKmLBVmUOR3Ep8R85S43eTT8363P_w5oo_cVP2At-AzNncbmm823FVGh7-iy6MrzeJIduuiRaJgbf9VswWdIpzbRtU/s1600/1630.jpg)
ເຖິງຢ່າງໃດກໍ່ຕາມ, ເຫດການໂຈມຕີທີ່ແຂວງຮາມາເກີດຂຶ້ນໃນເວລາດຽວກັນກັບທີ່ກອງກຳລັງປ້ອງກັນອິດສະຣາແອນຢືນຢັນໃຫ້ການຊ່ວຍເຫຼືອດ້ານມະນຸດດສະທຳ ດ້ວຍການລຳລຽງເຈົ້າໜ້າທີ່ ແລະ ສະມາຊິກຄອບຄົວຂອງອົງການກູ້ໄພປະຊາຊົນຊີຣີ ຜ່ານທາງອິດສະຣາແອນເຂົ້າສູ່ຊອກດານີ (ຈໍແດນ) ເພື່ອລໍຖ້າການໄດ້ຮັບອະນຸມັດສະຖານະຜູ້ລີ້ໄພໃນປະເທດທີ່ສາມຕໍ່ໄປ ໂດຍທ່ານລັດຖະມົນຕີເບນຈາມິນ ເນທັນຢາຮູ ຂອງອິດສະຣາແອນ ກ່າວເຖິງເລື່ອງນີ້ຢ່າງເປີດເຜີຍເມື່ອວັນອາທິດທີ່ຜ່ານມາ ວ່າອິດສະຣາແອນປະຕິບັດການຕາມການຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກສະຫະລັດ ອາເມຣິກາ ແລະ ປະເທດໃນເອີຣົບ.
ໃນດ້ານລາຍງານຂອງກະຊວງການຕ່າງປະເທດຊອກດານີລະບຸວ່າ ຈຳນວນສະມາຊິກອົງການກູ້ໄພປະຊາຊົນຊີຣີ ພ້ອມຄອບຄົວທີ່ອົບພະຍົບຜ່ານພູພຽງໂກລັນຂອງອິດສະຣາແອນເຂົ້າສູ່ຊອກດານີມີ 422 ຄົນ, ຫຼຸດລົງຈາກລາຍງານກ່ອນໜ້ານີ້ວ່າປະມານ 800 ຄົນ, ຂະນະທີ່ແຫຼ່ງຂ່າວໃນລັດຖະບານຊອກດານີເປີດເຜີຍວ່າ ຈະມີການສົ່ງຕົວຜູ້ລີ້ໄພກຸ່ມນີ້ໄປຕັ້ງຖິ່ນຖານຍັງປະເທດທີສາມໄດ້ແກ່: ການາດາ, ເຢຍລະມັນ ແລະ ອັງກິດ ພາຍໃນ 3 ເດືອນ.
ໃນເວລາດຽວກັນ, ກອງທັບຊີຣີ ແລະ ລັດເຊຍໄດ້ເພີ່ມຄວາມຮຸນແຮງຂອງປະຕິບັດການໂຈມຕີທາງອາກາດຕາມແນວຊາຍແດນຝັ່ງຕາເວັນຕົກສຽງໃຕ້ໃກ້ກັບຊອກດານີ ແລະ ພູພຽງໂກລັນ ໂດຍສະເພາະບໍລິເວນລຸ່ມນ້ຳຢາມຸກ ເຊິ່ງເປັນສາຂາຂອງແມ່ນ້ຳຊອກດານີ ພາຍຫຼັງມີລາຍງານວ່າສະມາຊິກກຸ່ມ IS ໄດ້ເຂົ້າຢຶດຄອງພື້ນທີ່ແທນກຸ່ມກະບົດທີ່ອົບພະຍົບອອກໄປຕາມຂໍ້ຕົກລົງກັບລັດຖະບານຊີຣີ, ສ່ວນແຫຼ່ງຂ່າວຝ່າຍອິດສະຣາແອນເປີດເຜີຍວ່າ ລັດຖະບານອິດສະຣາແອນຈະຍັງບໍ່ເຄື່ອນໄຫວຕອບໂຕ້ກິດຈະກຳທາງການທະຫານຂອງກອງທັບຊີຣີໃນແຂວງກຸເນຕຣາ ຕາບໃດທີ່ລັດຖະບານຊີຣີບໍ່ໄດ້ລ່ວງລ້ຳເຂດປອດທະຫານພູພຽງໂກລັນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ