ປະຊາຊົນເມືອງສະໜາມໄຊສູນຫາຍຫຼາຍຮ້ອຍ, ຂະນະທີ່ທາງການເລັ່ງລະດົມການຊ່ວຍເຫຼືອຈາກທຸກພາກສ່ວນ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjrqXEHPj6Rohg85uOgpxfx_PNdR4c7OpPiHNGuFdef1sNKq6N2GByT7Z66EHvP8BbQE8opiSva5qeQXOnGMvTd9RvsZpx5qmarmOOYM0e7lncDev7athz_MVikkprQ9SBk1-hP9Tpsn14/s1600/1671.jpg)
ສຳນັກຂ່າວສານປະເທດລາວລາຍງານ 24 ກໍລະກົດ 2018 ວ່າ: ມວນນ້ຳມະຫາສານຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ໄຫຼລົງຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຢ່າງກະທັນຫັນມາຕັ້ງແຕ່ຄືນວັນທີ 23 ກໍລະກົດ ທີ່ຜ່ານມານັ້ນ, ຫຼ້າສຸດພາກສ່ວນທີ່ກ່ຽວຂ້ອງຄາດຄະເນວ່າມີຫຼາຍຮ້ອຍຄົນສູນຫາຍ ສະເພາະບ້ານໃໝ່ ມີເກືອບ 50 ຄົນ.
ໃນດ້ານຂອງທາງການແຂວງອັດຕະປື ແມ່ນໄດ້ສຸມໃສ່ທຸກກຳລັງ ເພື່ອຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ຕາມຕົ້ນໄມ້ ແລະ ຫຼັງຄາເຮືອນ, ນອກຈາກນີ້ຍັງມີບ້ານເຮືອນຂອງປະຊາຊົນໄຫຼໄປຕາມນ້ຳເປັນຈຳນວນຫຼາຍ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhz-06OLCunRwM70FupHURfnahlPaK5rl3JMp_ICFpXhT6MMqD1nLwuPbEhn9xhjr_5DdZsRhAGRAqNuUFrgT1bupbarwovwjn85bEjidMc7uK4fGsCHgxn3Xz_qo_dl9wpV4D09XFR_cc/s1600/1672.jpg)
ໂດຍໃນເວລາ 23:00 ໂມງ ຂອງວັນທີ 23 ກໍລະກົດ ທີ່ຜ່ານມາ, ວັດແທກລະດັບນ້ຳເຊປຽນໄດ້ສູງເຖິງ 15 ແມັດ, ເຊິ່ງບໍລິສັດໄຟຟ້ານ້ຳເຊປຽນ-ເຊນ້ຳນ້ອຍ ໄດ້ອອກແຈ້ງເຕືອນວ່າຫາກສັນເຂື່ອນເຊນ້ຳນ້ອຍແຕກ ຈະມີມວນນ້ຳມະຫາສານເຖິງ 5,000 ລ້ານໂຕນ ໄຫຼລົງສູ່ເຊປຽນ.
ຫຼ້າສຸດທາງການແຂວງອັດຕະປື ຕໍ່ໄປປະກາດເປັນໄພພິບັດສຸກເສີນ ພ້ອມທັງສະເໜີໄປຍັງລັດຖະບານ ແລະ ທຸກຫົວໜ່ວຍທາງພາກລັດ ແລະ ເອກະຊົນທຸກຫົວໜ່ວຍ ລວມທັງເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ໄກ່ ເພື່ອຂໍຄວາມຊ່ວຍເຫຼືອອັນຮີບດ່ວນໃນຄັ້ງນີ້ແລ້ວ ເປັນຕົ້ນແມ່ນ: ເຄື່ອງນຸ່ງຫົ່ມ, ອາຫານ-ນ້ຳດື່ມ, ຢາປົວພະຍາດ ຫຼື ວັດຖຸເງິນຄຳ ແລະ ອື່ນໆ ເທົ່າທີ່ຈະສາມາດປະກອບສ່ວນໄດ້.
ສຳລັບຜູ້ທີ່ປະສົງຢາກປະກອບສ່ວນໃນການແກ້ໄຂບັນເທົາທຸກໃນຄັ້ງນີ້ສາມາດປະກອບສ່ວນດ້ວຍຕົນເອງ ຫຼື ປະສານໄປຍັງຫ້ອງວ່າການແຂວງ ໃນນາມກອງເລຂາຄະນະຮັບຜິດຊອບແກ້ໄຂສະພາບສຸກເສີນ (ສຳນັກງານຫ້ອງວ່າການແຂວງ ຕຶກ 5 ຊັ້ນ) ນັບແຕ່ເວລານີ້ເປັນຕົ້ນໄປ ໂທ: 020 5554-3255, 020 5553-6888 ແລະ 020 9109-8888.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ