ລັດຖະບານປະກາດເມືອງສະໜາມໄຊ ເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ ເລັ່ງລະດົມທຸກຊ່ອງທາງເພື່ອຊ່ວຍເຫຼືອ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiGWA9UsF336j1Hg-AHYmAOQektVZe0KT2MUZ3CKBZYVa6ZeSSh5quTTurDN93ugEXlzvQas9KG5Rbl3UhAskxalSQ5PeWINDDYMf-imXkhQ4mMKYDORXOqX7PeuvE-C-s3kPilfkuJe3Q/s1600/1699.jpg)
ລັດຖະບານໄດ້ອອກແຈ້ງການເລກທີ 1105/ຫສນຍ ລົງວັນທີ 24 ກໍລະກົດ 2018 ເລື່ອງການຊ່ວຍເຫຼືອຜູ້ປະສົບໄພ ທີ່ໄດ້ຮັບຜົນກະທົບຈາກ ເຫດການອຸບັດເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ໃນຄັ້ງວັນທີ 23 ກໍລະກົດ 2018 ໂດຍມີເນື້ອໃນວ່າ:
1. ລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຂອງເມືອງສະໜາມໄຊ ແຂວງອັດຕະປື ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ.
2. ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເປັນໃຈກາງໃນການປະສານງານ, ການລະດົມທຶນ, ທ້ອນໂຮມເອົາທຶນຮອນ ແລະ ວັດຖຸປັດໄຈຕ່າງໆ ຈາກທຸກພາກສ່ວນຂອງພາກລັດທັງສູນກາງ ແລະ ທ້ອງຖິ່ນ, ພາກເອກະຊົນຜູ້ປະກອບການ, ອົງການຈັດຕັ້ງສາກົນປະຈຳ ສປປ.ລາວ ແລະ ພໍ່ແມ່ປະຊາຊົນລາວຜູ້ມີນ້ຳໃຈສັດທາ.
3. ສຳລັບທຶນ ແລະ ວັດຖຸສິ່ງຂອງທີ່ລະດົມມາໄດ້, ສຳລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຫ້ອງການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມສັງຄົມສົງເຄາະ, ໂທລະສັບ 020 2222-5185 ທ່ານ ວິໄລພົງ, ຮອງຫົວໜ້າ ກົມສັງຄົມສົງເຄາະ), ສຳລັບທ້ອງຖິ່ນ (ນະຄອນຫຼວງ ແລະ ແຂວງ) ແມ່ນໃຫ້ໄປມອບຢູ່ຫ້ອງວ່າການປົກຄອງແຂວງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjAxGNM1pC5e73GSErP5eBYV4JfvFZ5TF6oWXXJPxSMJYUd5SJhLEerYDHTyW8SMq4xRQj7ssRejbC56L0mgINPk8Edth4wQnC9DsYjgNjPRfhyphenhyphenQUTw37FVARgKqfWvKDN_Dyzab1u4b7Y/s1600/1687.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEikqtWDSWkZYvJPM56-H_W0mwiTRwU1cvpv9pr3oxKBt06P6K3kcurJfFAj7z0LkMxgOfrIqmrWZRn2ls-q1nqPWVzScT5UH3ccOP8IhhwrW5J427DGdUvX_FFm5vcD35AhMHNk_yhO_sg/s1600/1679.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjAAbFETxNahId2Ff91Vr2CoyjzuNt_2LRAbQO_n0_K50ffR_rlgQi9d1dG8eKvp7jLtoW-ilOhwMeRXL6J5S-WMT3hWW6Up4GWHn0otaWE0HrfotPhwqRLYMoJFel2HF9j3Fkgc2Hs4V0/s1600/1681.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhr1V0-JQH8kwr-3sBwoEcpNPQvMDtzgXC_jayNKyI6_aO6eM0y1D_KyNNUtoeWhczRSuM6Fw3ORzmGBOD1ZIUh5RNIklUc8IB7dQHZXGIYK9nI28py4a-iPZet4X3mV1613Zb2wgq9gD0/s1600/1682.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ