ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຖືເປັນໄພພິບັດຮ້າຍແຮງໃນຮອບຫຼາຍສິບປີຂອງ ສປປ.ລາວ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhP5vE8DVXMjblldSlkPodsIl1Il9l-Lj_FwwadASEva6BL2sk5WvPp52j_xYbVvRBaz1nwY04AO63wPwipBfBiqYubw3H-zwvpLbkv1i45IC6jobBD2bpc0MmauoIQ9_GPcFm88En0kks/s1600/1802.jpg)
ສຳນັກຂ່າວສານປະເທດລາຍງານ 25 ກໍລະກົດ 2018 ວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໂດຍກ່າວວ່າ ຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ແມ່ນຮ້າຍແຮງ ແລະ ໃຫຍ່ຫຼວງ ອາດເວົ້າໄດ້ວ່າເປັນຄັ້ງທຳອິດໃນຮອບຫຼາຍສິບປີ ສາເຫດກໍ່ແມ່ນຝົນຕົກໜັກຕິດຕໍ່ກັນຫຼາຍວັນ ປະລິມານນ້ຳຂຶ້ນສູງຫຼາຍ ເຮັດໃຫ້ອ່າງເກັບນ້ຳສຳຮອງຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຮັບນ້ຳບໍ່ໄດ້ເລີຍແຕກ ເຮັດໃຫ້ມວນນ້ຳໄຫຼລົງສູ່ບ້ານເຮືອນປະຊາຊົນຢູ່ເມືອງສະໜາມໄຊ ແຂວງອັດຕະປືຢ່າງກະທັນຫັນ ບ້ານເຮືອນຈົມຢູ່ໃຕ້ນ້ຳ ກະແສນ້ຳໄຫຼແຮງພັດເອົາເຮືອນພ້ອມດ້ວຍຄົນໄປຕາມນ້ຳ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjzkgMiGvkptf1kstel0kBZS7XsOQ6m7s8N5GTv1AGc24vb0emvV8S6_mjkqr-5AipJJhuswmJPtGpT0SB3Fk6L5CEWri_rY9e7GlELyMg-RiBv9gMnzJiPLBuOvwpMvXT7yribr65hRew/s1600/1800.jpg)
ສຳລັບຈຳນວນຜູ້ທີ່ຂາດທີ່ຢູ່ອາໄສມີເຖິງ 587 ຄອບຄົວ ແລະ 3,060 ຄົນ, ມີຜູ້ສູນຫາຍເຖິງ 131ຄົນ ສ່ວນປະຊາຊົນທີ່ລົບໄພຢູ່ຫຼັງຄາເຮືອນ ແລະ ຕົ້ນໄມ້ໃຫຍ່ນັ້ນແມ່ນໄດ້ກອບກູ້ເອົາມາໝົດແລ້ວຕັ້ງແຕ່ເວລາ19:00 ໂມງ ຂອງວັນທີ 24 ກໍລະກົດ ທີ່ຜ່ານມາ ແລະ ສ່ວນຈຳນວນຜູ້ເສຍຊີວິດຈາກການລາຍງານຫຼ້າສຸດຂອງທາງການແຂວງອັດຕະປືແມ່ນຢູ່ທີ 26 ຄົນແລ້ວ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEi6RvIYkf5ZE-AHUczeYmZgnX3XZ_S59_Fr8juRnSvBfQis150T5LDkb7xdEYUUj1kYeOvdDu3GilJS0Zk30c4CqVk4Vk1iNd-IEJf-R87VwFuPlKOvbNIHC_jmP1u5jXb_w9PEALo7FpI/s1600/1783.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEi3J2y_RpsqCu3IC1SU-S-OWlfnOpjNYrY2QyH60ikcXI8nnTDpQuvtQXBlD0AhCZXalSr13ryi-a4LUgZgfcLVcPxha2qPqrtLSSqfvtJebXI1xV3Jl_T-e0j3vYW6tKnNgyZXvPQOPJ4/s1600/1782.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhBxIMWmnxs7woU-xyoPknP1lF6GpL78vKyJ6cM8uhinG0eLSt-tgXqgVVCTEmDCqWGnLDdZa5ivUdehl878QUYtuY4BYNROKITVtyeI1fOmYqI_LNj_ah7dRnc6EkyJpLU8i1sJmZkIHI/s1600/1786.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgm72KhOOAYsGXI9hHIyXXAUM7TDn69cSrxnEuMcRDP-xYMb9uY23HxC2UhWH8zucKd1cj6I8R-SRnzDpGsKMnGOMQVaYp9AUl7PPSlDLpNhw7XU7p5SPNP5Jt7xetLEXtMxT_l4Xnpdt4/s1600/1803.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ