ສິງກະໂປຊ່ວຍໄພພິບັດນ້ຳຖ້ວມສະໜາມໄຊ ເບື້ອງຕົ້ນ 100,000$ ພ້ອມສົ່ງທີມກູ້ໄພເຂົ້າມາສົມທົບ
ລາຍງານ 26 ກໍລະກົດ 2018, ອົງການສະຫະປະຊາຊາດປະເມີນຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດໄພພິບັດນ້ຳຖ້ວມຢ່າງກະທັນຫັນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສົ່ງຜົນເຮັດໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນໃນເມືອງສະໜາມໄຊ ແຂວງອັດຕະປື ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາວ່າມີຢ່າງໜ້ອຍ 11,777 ຄົນ, ເຮືອນຫຼາຍກວ່າ 223 ຫຼັງ ແລະ ຂົວຢ່າງໜ້ອຍ 14 ແຫ່ງໄດ້ຮັບຄວາມເສຍຫາຍຈາກກະແສນ້ຳໄຫຼແຮງ ສົ່ງຜົນກະທົບຢ່າງໜັກໜ່ວງໃນການລຳລຽງການຊ່ວຍເຫຼືອເຂົ້າສູ່ພື້ນທີ່.
ເຊິ່ງຢ່າງໃດກໍ່ຕາມທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງເມື່ອວັນພຸດທີ່ຜ່ານມາວ່າ ຍັງມີຜູ້ສູນຫາຍຈາກໄພພິບັດຄັ້ງນີ້ຢ່າງໜ້ອຍ 131 ຄົນ ແລະ ປະຊາຊົນຫຼາຍກວ່າ 3,000 ຄົນຕ້ອງການຄວາມຊ່ວຍເຫຼືອ, ແຕ່ທ່ານນາຍົກບໍ່ໄດ້ໃຫ້ຂໍ້ມູນທີ່ຊັດເຈນກ່ຽວກັບຈຳນວນຜູ້ເສຍຊີວິດ ແຕ່ລາຍງານຈາກທາງການແຂວງອັດຕະປືໃຫ້ຮູ້ວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ.
ໃນເວລາດຽວກັນ, ສະຫະພັນກາແດງ ແລະ ສ້ຽວເດືອນແດງລະຫວ່າງປະເທດ (IFRC) ລາຍງານການສົ່ງຄະນະເດີນທາງມາຍັງ ສປປ.ລາວ ເພື່ອຮ່ວມມືກັບອົງການກາແດງລາວ ໃນການໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພ ເຊັ່ນດຽວກັບລັດຖະບານສິງກະໂປ ທີ່ປະກາດສົ່ງທີມມາສະໜັບສະໜູນພາລະກິດຂອງອົງການກາແດງໃນລາວ ພ້ອມທັງບໍລິຈາກເງິນຊ່ວຍເຫຼືອເບື້ອງຕົ້ນ 100,000 ໂດລາ.
ສຳລັບໂຄງການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ເປັນໂຄງການຮ່ວມທຶນລະຫວ່າງເກົາຫຼີໃຕ້, ໄທ ແລະ ສປປ.ລາວ ທີ່ໄດ້ເລີ່ມດຳເນີນການມາຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນປີ 2019 ແລະ 90% ຂອງກະແສໄຟຟ້າທີ່ຜະລິດໄດ້ຈະສົ່ງຂາຍໄປຍັງປະເທດໄທ.
SCDF set to send officers to Laos to aid relief efforts, Singapore to donate US$100,000 https://t.co/lVjZB3XRud pic.twitter.com/ur0AI1pQKM— Channel NewsAsia (@ChannelNewsAsia) July 26, 2018
100s of people are missing and many have died in the #Loasdam collapse.— IFRC (@Federation) July 25, 2018
5 billion cubic metres of water causing flash flooding affecting nearly 7,000 people in six villages.
Lao Red Cross relief teams are providing immediate assistance. pic.twitter.com/bcZLqtXndU
ສະແດງຄວາມຄິດເຫັນ