ຜູ້ນຳເກົາຫຼີເໜືອ ແລະ ສ.ອາເມຣິກາ ຈະເປີດສາກພົບປະເຈລະຈາກັນແບບຕົວຕໍ່ຕົວ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEh6Wwso1bxbLhofGR4ZvQNLDLff9cZRqHSY3LUGkWN_2LST-mxmppaKXzXwuHotQQUT5XagumnRNnyPyTB7Z4HgDlYCbVqIU_U6Z_qaPdd-IiaBjwSJqn_Q-bZULpes6kFc-ovNfu952Bw/s1600/1368.jpg)
ສຳນັກຂ່າວຕ່າງປະເທດລາຍງານ 11 ມິຖຸນາ 2018 ວ່າ: ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປໄດ້ໃຫ້ການຕ້ອນຮັບ ແລະ ລ້ຽງອາຫານເພື່ອເປັນກຽດແກ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ຄະນະທີ່ທຳນຽມອິສຕານາ ໃນວັນຈັນນີ້ ກ່ອນຜູ້ນຳສະຫະລັດ ອາເມຣິກາຈະພົບປະເຈລະຈາຄັ້ງປະຫວັດສາດກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ໂຮງແຮມຄາເປລລາ ເກາະເຊນໂຕຊາ ໃນວັນອັງຄານ 12 ມິຖຸນາ 2018 ນີ້, ໂດຍຜູ້ນຳສະຫະລັດ ອາເມຣິກາກ່າວຂອບໃຈໃນການສະໜັບສະໜູນຂອງລັດຖະບານສິງກະໂປ ໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງສຳຄັນນີ້ ແລະ ເຊື່ອໝັ້ນວ່າຈະເປັນການພົບປະເຈລະຈາທີ່ໜ້າສົນໃຈເປັນຢ່າງຍິ່ງ ແລະ ບັນຍາກາດຈະເປັນໄປດ້ວຍຄວາມລ່ຽນໄຫຼ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhBiQCP0AjNuhBqGJN4gDRyqyk8Vw9sg6Hun-vS4_JzRGR9NC2auTBrT7NQQkeA41RsGUaOZ1HwJX1nUIhUSjPJ7OXAfO1XJRPNe1F-CyNpYTbFgus6A2-NvUlwFFz5CC6xZNADMZEYpSE/s1600/1366.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgnxNmMNoVufUFfJzPFDPnCx5THMgAx6R_52xyqp4ZeibntDQG3DDdsPs_7f-yfuSszwoBzqSgbHqdyv1crHNOOQZVd61f6oHVq_Tdy9ViuvwQ3dGeOKwAG8jytvNJ6uAMH36rTMEvzSvE/s1600/1367.jpg)
ເຊິ່ງຍັງບໍ່ມີຝ່າຍໃດເປີດເຜີຍກຳນົດການປຶກສາຫາລືຢ່າງເປັນທາງການ, ນອກຈາກການປະຊຸມຈະເລີ່ມຂຶ້ນໃນເວລາ 09:00 ໂມງ ຕາມເວລາທ້ອງຖິ່ນສິງກະໂປ, ເຖິງຢ່າງໃດກໍ່ຕາມ ແຫຼ່ງຂ່າວດ້ານການທູດຂອງລັດຖະບານສະຫະລັດ ອາເມຣິກາເປີດເຜີຍກັບສຳນັກຂ່າວ AP ວ່າ: ຜູ້ນຳທັງສອງປະເທດຕ້ອງການເລີ່ມປຶກສາຫາລືດ້ວຍການພົບປະໂອ້ລົມກັບແບບຕົວຕໍ່ຕົວ ໂດຍບຸກຄົນອື່ນພາຍໃນຫ້ອງປະຊຸມຈະມີພຽງລ່າມແປພາສາຝ່າຍລະ 1 ຄົນເທົ່ານັ້ນ ແລະ ການສົນທະນາທີ່ເປັນການສ່ວນຕົວນີ້ອາດຈະໃຊ້ເວລາບໍ່ເກີນ 2 ຊົ່ວໂມງ ຫຼັງຈາກນັ້ນຈຶ່ງອະນຸຍາດໃຫ້ຄະນະຂອງແຕ່ລະຝ່າຍເຂົ້າຮ່ວມ ເຊິ່ງຄະນະຜູ້ຕິດຕາມຂອງທ່ານ ໂດໂນ ທຣຳ ລວມມີທ່ານ ພົນເອກ ຈອນ ເຄລລີ ຫົວໜ້າຄະນະເຈົ້າໜ້າທີ່ປະຈຳທຳນຽບຂາວ, ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ.
ໃນດ້ານຂອງຄະນະຜູ້ຕິດຕາມຂອງທ່ານ ຄິມ ຈອງ-ອຶນ ລວມມືທ່ານ ຄິມ ຢອງ-ຊອນ ຮອງປະທານຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີ, ທ່ານ ຣີ ຊູ-ຢອງ ຮອງປະທານຄະນະໂຄສະນາອົບຮົມຂອງພັກແຮງງານເກົາຫຼີ, ທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ, ທ່ານ ໂນ ຄວາງ-ຊອນ ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີເໜືອ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຜູ້ນຳສູງສຸດເກົາຫຼີເໜືອ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ