ສປປ.ລາວ ອອກຖະແຫຼງການຊົມເຊີຍກອງປະຊຸມສຸດຍອດລະຫວ່າງເກົາຫຼີເໜືອ - ສ.ອາເມຣິກາ
ກະຊວງການຕ່າງປະເທດຂອງ ສປປ.ລາວ ອອກຖະແຫຼງການຕໍ່ຜົນການພົບປະສຸດຍອດຂອງຜູ້ນຳເກົາຫຼີເໜືອ ແລະ ສ.ອາເມຣິກາວ່າ:
ສປປ.ລາວ ສະແດງຄວາມຍິນດີ ຕໍ່ຜົນສຳເລັດຂອງການພົບປະເຈລະຈາສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນຳເກົາຫຼີເໜືອ ແລະ ສະຫະລັດ ອາເມຣິກາ ໃນວັນທີ 12 ມິຖຸນາ 2018, ທີ່ປະເທດສິງກະໂປ. ສປປ.ລາວ ເຫັນວ່າຜົນການພົບປະຄັ້ງນີ້ ຈະເປັນບາດລ້ຽວໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ, ເຊິ່ງຈະປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃຫ້ແຫຼມເກົາຫຼີ ແລະ ໃນໂລກ ກໍ່ຄືການສ້າງແຫຼມເກົາຫຼີໃຫ້ເປັນເຂດປອດອາວຸດນິວເຄຼຍ.
ສປປ.ລາວ ຫວັງເປັນຢ່າງຍິ່ງວ່າ ທຸກຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຄວາມພະຍາຍາມຮ່ວມກັນເສີມຂະຫຍາຍທ່ວງທ່າທີ່ດີໃຈປັດຈຸບັນນີ້ ເພື່ອສືບຕໍ່ປຶກຫາສາລືກັນແກ່ໄຂບັນຫາແຫຼມເກົາຫຼີໃນທາງສ້າງສັນຢ່າງບໍ່ຢຸດຢັ້ງ.
ສປປ.ລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນການສ້າງແຫຼມເກົາຫຼີ ໃຫ້ປອດອາວຸດນິວເຄຼຍ ດ້ວຍສັນຕິວິທີ ເພື່ອຜົນປະໂຫຍດກໍ່ຄືສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນແຫຼມເກົາຫຼີ, ໃນພາກພື້ນ ແລະ ໃນໂລກດ້ວຍລວມ.
ສະແດງຄວາມຄິດເຫັນ