ທ່ານ ໂດໂນ ທຣຳ ຕ້ອງການຖອນທະຫານອອກຈາກຊີຣີ ແຕ່ກອງທັບບໍ່ເຫັນດີ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjqN9ANnIuge2CXcJWqYjlIFkocy4t7b4pM51wLhvF6FqtE43cx6aghB5Ev1SNeq3JqijSQP7dSX98_CD1WDb7kNuOg_ytftS6L2li4zeB3DsafZRJQp_pBVZfERE0OSn2i8V4IfpdXzj0/s1600/742.jpg)
ສຳນັກຂ່າວຕ່າງປະເທດລາຍງານ 4 ເມສາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານ (3 ເມສາ) ວ່າພາລະກິດພື້ນຖານຂອງກອງທັບສະຫະລັດ ອາເມຣິກາ ໃນຊີຣີ ຄືການປາບປາມກຸ່ມກໍ່ການຮ້າຍ IS ແລະ ໃນປັດຈຸບັນພາລະກິດດັ່ງກ່າວມີຄວາມຄືບໜ້າເກືອບສົມບູນແບບແລ້ວ ເຊິ່ງສະຫະລັດ ອາເມຣິກາຈະຕັດສິນໃຈຮ່ວມກັບພັນທະມິດ ໃນການດຳເນີນການຂັ້ນຕໍ່ໄປ, ໂດຍທ່ານ ໂດໂນ ທຣຳ ກ່າວວ່າ ສິ່ງທີ່ທ່ານຕ້ອງການຫຼາຍທີ່ສຸດຄື ການນຳທະຫານອາເມຣິກາກັບຄືນປະເທດ ຖືເປັນການກ່າວຢ້ຳຄຳຖະແຫຼງຂອງທ່ານເອງ ທີ່ກ່າວເມື່ອຕອນລົງຢ້ຽມຢາມລັດໂອໄຮໂອ ເມື່ອອາທິດທີ່ຜ່ານມາ ວ່າສະຫະລັດ ອາເມຣິກາ ຈະຖອນທະຫານອອກຈາກຊີຣີ ພາຍໃນອະນາຄົດອັນໃກ້ນີ້ ແລະ ຫຼັງຈາກນັ້ນຈະປ່ອຍໃຫ້ຄົນອື່ນຄຸມຄອງດູແລຕໍ່ໄປ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEgIdiGtVx8NqMG0QkrwvtJCrqHMBSxlYhq6hq47iqNeDw9nr2-mH7Z1IfP9LpBSQJIqXFQjP_j6GScY7q1mRuu0MN-hmp3juRBKRbJBQWeIpzT6Ceo7ngJSJ9BMCMwjM-mLCfKEZJtG5Co/s1600/197.jpg)
ເຖິງຢ່າງໃດກໍ່ຕາມ ພາຍໃນບໍ່ພໍເທົ່າໃດນາທີຕໍ່ມາ ທ່ານ ພົນເອກ ໂຈເຊບ ໂວເທວ ຜູ້ບັນຊາການສູນບັນຊາການກາງສະຫະລັດ ອາເມຣິກາ ທີ່ຄວບຄຸມປະຕິບັດການຂອງໜ່ວຍເຄື່ອນທີ່ໄວ ແລະ ໜ່ວຍຮົບພິເສດຂອງສະຫະລັດ ອາເມຣິກາ ໃນຕາເວັນອອກກາງ ທີ່ລວມເຖິງປະເທດຊີຣີ, ອິຣັກ ແລະ ອາຟະການິດສະຖານ ກ່າວວ່າສະຫະລັດ ອາເມຣິກາ ຄວນມີບົດບາດໃນໄລຍະຍາວຢູ່ຊີຣີ ເພື່ອຮ່ວມຟື້ນຟູສະຖຽນລະພາບໃນທຸກດ້ານໃຫ້ກັບພື້ນທີ່ໆໄດ້ຮັບການປົດປ່ອຍຈາກກຸ່ມ IS, ຂະນະທີ່ທ່ານ ເບຼດ ແມັດເກິກ ທູດພິເສດດ້ານການປະສານງານຂອງພັນທະມິດຕໍ່ຕ້ານກຸ່ມ IS ກ່າວວ່າພາລະກິດຂອງກອງທັບສະຫະລັດ ອາເມຣິກາ ແລະ ພັນທະມິດໃນການປາບປາມກຸ່ມກໍ່ການຮ້າຍນັ້ນຍັງບໍ່ສຳເລັດຜົນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ