ຍົນຮົບກອງທັບມຽນມາ ປະສົບເຫດຕົກລົງກາງທົ່ງນາ ນັກບິນເສຍຊີວິດ (ວິດີໂອ)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiOTuC1v5SSr6xZ9Kmwy0fs_MGqGliAIYPMqreAtWsx9fcZvXwuwlKeePaLCHOQnbhecvmg-wakIs69e8qFjeGs-6DVw7uIE_sqyPF0po8VBBxJINXhbyrk9v-SmduqZK1NYl8MDvKqYpI/s1600/739.jpg)
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ເມສາ 2018 ທີ່ຜ່ານມາວ່າ: ຍົນທະຫານກອງທັບມຽນມາຕົກ, ໂດຍຜູ້ບັນຊາການທະຫານບົກຖະແຫຼງວ່າ ສາເຫດຂອງການຕົກເກີດຈາກ ຄວາມຂັດຂ້ອງທາງເຕັກນິກ ແລະ ນັກບິນເສຍຊີວິດຈາກອາການບາດເຈັບສາຫັດ ຂະນະທີ່ຖືກນຳສົ່ງໄປຍັງໂຮງໝໍທະຫານໃນເມືອງຕອງອູ ແລະ ກອງທັບໄດ້ຕັ້ງຄະນະກຳມະການສອບສວນຫາສາເຫດທີ່ເກີດຂຶ້ນແລ້ວ.
ທາງດ້ານເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນລາຍງານວ່າ: ຍົນລຳທີ່ຕົກເປັນຍົນຮົບລຸ້ນ F-7 ມີບ່ອນນັ່ງດຽວ ໄດ້ຕົກລົງກາງທົ່ງນາ ບ້ານຈຸນຄອນ ທີ່ມີໄລຍະທາງຂັບລົດປະມານ 1 ຊົ່ວໂມງ ຈາກນະຄອນຫຼວງເນປີດໍ ເມື່ອເວລາປະມານ 10:00 ໂມງ ຂອງວັນອັງຄານ (3 ເມສາ).
F-7 ເປັນຍົນຮົບສະໄໝສົງຄາມເຢັນ ທີ່ຜະລິດໃນປະເທດຈີນ ໂດຍຖອດແບບມາຈາກຍົນຮົບຂອງສະຫະພາບໂຊວຽດ MiG-21, ມຽນມາແມ່ນເຄີຍປະສົບບັນຫາກ່ຽວກັບຍົນຕົກຫຼາຍຄັ້ງ ໃນໄລຍະບໍ່ພໍເທົ່າໃດປີຜ່ານມາ ລວມເຖິງຍົນທະຫານຕົກໃນທະເລອັນຕາມັນ ເມື່ອເດືອນມິຖຸນາ 2017 ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 122 ຄົນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEi5Fh8poCZYweN-RkvMXaVyk0l9yad67RuL0rezpfoosZ1plc6evmJ5RUR2LjrdpWXeBa-uon9ZBYIRn7bDu7HcGs7wCGuyaT_ycnvlvQKXMF2MjbSc0FydyZiFozZ80WnnbztxVojODFY/s1600/740.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgzgAG0GVz9Ba9mOGDC86qZoMJBTj7W7CdD1DSb3EqBHoHqq3GMzOhDSI-_SSFBJYQwJPJgPWRQEFCslHdBQ38wAq7JMXQzYmPPwTmd93Es80-LV-4CofO3ah0b9gvDtH0aRz5XrWHfGLc/s1600/738.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ