ມີວັດຖຸ ບໍ່ຮູ້ແຫຼ່ງທີ່ມາ ຕົກຈາກຟ້າ ທີ່ເມືອງທ່າແຕງ ແຂວງເຊກອງ (ວິດີໂອ)


ໃນສື່ສັງຄົມອອນລາຍໄດ້ມີການເຜີຍແຜ່ພາບຖ່າຍ ແລະ ວິດີໂອ ໂດຍອ້າງວ່າ: ມີວັດຖຸທີ່ບໍ່ຮູ້ແຫຼ່ງທີ່ມາຕົກລົງມາຈາກຟ້າ ເມື່ອເວລາ 10:00 ໂມງ ຂອງວັນທີ 31 ມີນາ 2018 ທີ່ຜ່ານມາ, ຢູ່ເຂດບ້ານຍົກທົງ, ເມືອງທ່າແຕງ ແຂວງເຊກອງ ພ້ອມທັງໃຫ້ຮູ້ວ່າ: ວັດຖຸດັ່ງກ່າວຕົກຫ່າງຈາກເຮືອນຂອງປະຊາຊົນພຽງແຕ່ 100 ແມັດເທົ່ານັ້ນ.
ເຊິ່ງກໍ່ມີການຄາດເດົາໄປຕ່າງໆນາໆ, ແຕ່ເຫດຜົນໜຶ່ງທີ່ໜ້າສົນໃຈຄື: ວັດຖຸດັ່ງກ່າວອາດເປັນຊິ້ນສ່ວນຂອງສະຖານີອະວະກາດທຽນກົງ-1 ຂອງຈີນ (Tiangong-1) ທີ່ສິ້ນສຸດພາລະກິດມາຕັ້ງແຕ່ວັນທີ 16 ມີນາ 2016 ທີ່ຈະກັບເຂົ້າສູ່ຊັ້ນບັນຍາກາດ ແລະ ຕົກລົງຢູ່ໂລກໃນລະຫວ່າງວັນທີ 31 ມີນາ - 4 ເມສາ 2018 ນີ້. (ແຜນທີ່ພະຍາກອນຈຸດຕົກຂອງສະຖານນີອະວະກາດທຽນກົງ-1)

ເຖິງຢ່າງໃດກໍ່ຕາມ, ນັ້ນເປັນພຽງຂໍ້ສັນນິຖານເບື້ອງຕົ້ນ ແລະ ຕ້ອງໄດ້ລໍຖ້າການກວດສອບຈາກໜ່ວຍງານທີ່ກ່ຽວຂ້ອງ ເພື່ອລະບຸແຫຼ່ງທີ່ມາຂອງວັດຖຸດັ່ງກ່າວຢ່າງຊັດເຈນອີກຄັ້ງ.





ສະແດງຄວາມຄິດເຫັນ