UN ເປັນຫ່ວງຄວາມຂັດແຍ່ງທາງການເມືອງ ຂອງສອງຂົ້ວອຳນາດໂລກ ຈະທະວີຄວາມຮຸນແຮງ


ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວເມື່ອວັນພະຫັດ (29 ມີນາ) ທີ່ຜ່ານມາ ວ່າສະຫະປະຊາຊາດມີຄວາມເປັນຫ່ວງຢ່າງຍິ່ງ ຕໍ່ກັບການທີ່ປະເທດມະຫາອຳນາດສອງຂົ້ວອຳນາດທີ່ຢູ່ກົງກັນຂ້າມກັນຢ່າງຊັດເຈນໃນດ້ານລັດຖະສາດການເມືອງ ແລະ ຍັງຂາດກົນໄກທີ່ມີປະສິດທິພາບເພື່ອກ່າວໄປສູ່ການຫຼຸດຜ່ອນຄວາມຮຸນແຮງໃຫ້ກັບຄວາມຂັດແຍ່ງທີ່ເຊື່ອມໂຍງລະຫ່າງພູມມິພາກ, ສົ່ງຜົນໃຫ້ໂລກກຳລັງກັບເຂົ້າສູ່ສະພາວະຄວາມເຄັ່ງຕຶງທາງການເມືອງ ແລະ ການທະຫານທີ່ມີຄວາມຮຸນແຮງບໍ່ຕ່າງຈາກກັບທີ່ເຄີຍເກີດຂຶ້ນມາແລ້ວໃນອະດີດ, ໃນເວລານີ້ການເພີ່ມທະວີຄວາມຮ່ວມມືໃນການຜ່ອນຄາຍສະຖານະການຄວາມຂັດແຍ່ງ ດ້ວຍຄວາມລະມັດລະວັງ ຈຶ່ງເປັນສິ່ງທີ່ສຳຄັນເປັນຢ່າງຍິ່ງ ເພື່ອປ້ອງກັນບໍ່ໃຫ້ສະຖານະການບານປາຍໄປຫຼາຍກວ່ານີ້.

ຄຳຖະແຫຼງດັ່ງກ່າວຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍ ປະກາດເນລະເທດເຈົ້າໜ້າທີ່ການທູດຂອງສະຫະລັດ ອາເມຣິກາ 60 ຄົນ ແລະ ຕ້ອງເດີນທາງອອກຈາກລັດເຊຍພາຍໃນ 7 ວັນ ນັ້ນຄືພາຍໃນວັນທີ 5 ເມສາ 2018 ນີ້, ປະກອບມີ 58 ຄົນຈາກສະຖານທູດ ໃນນະຄອນຫຼວງມົດສະກູ ແລະ ອີກ 2 ຄົນຈາກສະຖານກົງສຸນໃຫຍ່ ທີ່ເມືອງເຊນປີເຕີສະເບີກ ພ້ອມທັງສັ່ງປິດສະຖານກົງສຸນໃຫຍ່ສະຫະລັດ ອາເມຣິກາ ທີ່ເມືອງເຊນປີເຕີສະເບີກ ພາຍຫຼັງທີ່ສະຫະລັດ ອາເມຣິກາ ໄດ້ເນລະເທດຂັບໄລ່ເຈົ້າໜ້າທີ່ການທູດຂອງລັດເຊຍ 60 ຄົນ ແລະ ສັ່ງປິດສະຖານກົງສຸນໃຫຍ່ ທີ່ເມືອງຊີແອດໂທ ເມື່ອຕົ້ນອາທິດນີ້.

ຂະນະດຽວກັນ, ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວວ່າ ການດຳເນີນການຂັ້ນຕໍ່ໄປຂອງສະຫະລັດ ອາເມຣິກາ ຕໍ່ກັບບັນຫາດັ່ງກ່າວ ຈະມີແຕ່ບັນທອນສາຍພົວພັນຂອງສອງຝ່າຍ ພາຍຫຼັງທີ່ມີລາຍງານວ່າ ທ່ານ ຈອນ ຮັນສະແມນ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ກ່າວກັບທ່ານ ເຊີເກ ຣິບຄັອບ ຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍວ່າ ສະຫະລັດ ອາເມຣິກາ ອາດຈະອາຍັດຊັບຂອງລັດຖະບານລັດເຊຍ ທີ່ມີຢູ່ໃນສະຫະລັດ ອາເມຣິກາ.
ນອກຈາກນີ້, ທ່ານ ເຊີເກ ລາວາຣົບ ຢືນຢັນວ່າ: ລັດຖະບານລັດເຊຍຈະໃຊ້ມາດຕະການຕອບໂຕ້ ໃນລະດັບທີ່ເທົ່າທຽມກັນ ກັບອີກຫຼາຍກວ່າ 20 ປະເທດທີ່ເນລະເທດນັກການທູດຂອງລັດເຊຍ ລວມກັນຫຼາຍກວ່າ 150 ຄົນ ພ້ອມທັງກ່າວຢ້ຳວ່າ ລັດຖະບານລັດເຊຍ ມີຄວາມຊອບທຳໃນການຮ່ວມກວດສອບຕົວຢ່າງສານພິດ ທີ່ອັງກິດກ່າວອ້າງວ່າມາຈາກໂຄງການ “ໂນວິຊັອກ” ທີ່ພັດທະນາຂຶ້ນໃນສະໄໝສະຫະພາບໂຊວຽດ ທີ່ທາງການອັງກິດອ້າງວ່າເປັນສານພິດຊະນິດດຽວກັນທີ່ໃຊ້ວາງຢາພິດທ່ານ ເຊີເກ ສະກຣີພາລ ອະດີດສາຍລັບທາງການທະຫານຂອງລັດເຊຍ ທີ່ລີ້ໄພຢູ່ໃນອັງກິດ ແລະ ລູກສາວ ເມື່ອວັນທີ 4 ມີນາ ທີ່ຜ່ານມາ.
With its regrettable, unwarranted decision today, it is clear that #Russia is not interested in dialogue about issues that matter to our two countries. #Russia is further isolating itself following the brazen chemical attack in the United Kingdom. - @statedeptspox pic.twitter.com/w4eA0I7Yvr— Department of State (@StateDept) March 29, 2018
.@PressSec: #Russia's decision to expel American diplomats only further deteriorates the US-Russia relationship. The US responded appropriately in the expulsion of undeclared Russia Intel officers after the deadly attack in the U.K. pic.twitter.com/28T6eDwbvy— Heather Nauert (@statedeptspox) March 30, 2018

ສະແດງຄວາມຄິດເຫັນ