GDP ໄຕມາດທຳອິດຂອງຫວຽດນາມ ຂະຫຍາຍຕົວສູງທີ່ສຸດໃນຮອບ 10 ປີ


ສຳນັກຂ່າວຕ່າງປະເທດລາຍງານ 29 ມີນາ 2018 ວ່າ: ສູນສະຖິຕິແຫ່ງຊາດຂອງຫວຽດນາມລາຍງານອັດຕາການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໄຕມາດທຳອິດຂອງປີນີ້ ຢູ່ທີ່ 7.38% ເຊິ່ງເປັນຜົນມາຈາກຜົນຜະລິດດ້ານກະສິກຳ ແລະ ອຸດສາຫະກຳທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດ້ວຍນະໂຍບາຍປະຕິຮູບເສດຖະກິດຂອງລັດຖະບານຫວຽດນາມ ແລະ ຖືເປັນສະຖິຕິທີ່ດີທີ່ສຸດນັບຕັ້ງແຕ່ໄຕມາດທຳອິດຂອງປີ 2008 ທີ່ GDP ໃນເວລານັ້ນຂະຫຍາຍຕົວຢູ່ທີ່ລະດັບ 7.4%.
ຂະນະທີ່ GDP ຂອງຫວຽດນາມໝົດປີ ໃນປີ 2017 ຂະຫຍາຍຕົວ 6.81% ຖືເປັນສະຖິຕິທີ່ດີທີ່ສຸດນັບຕັ້ງແຕ່ປີ 2010 ແລະ ທະນາຄານໂລກຄາດຄະເນວ່າ ເສດຖະກິດຂອງຫວຽດນາມຈະຂະຫຍາຍຕົວທີ່ລະດັບ 6.5% ໃນປີນີ້.
ເຊິ່ງຜົນຜະລິດພາກອຸດສາຫະກຳຂອງຫວຽດນາມຂະຫຍາຍຕົວເຖິງ 13.56% ໃນໄຕມາດທຳອິດຂອງປີນີ້ ເຊິ່ງເປັນຜົນມາຈາກການທີ່ບໍລິສັດຕ່າງປະເທດຫຼາຍແຫ່ງອາໄສຫວຽດນາມເປັນຖານໃນການຜະລິດສິນຄ້າຫຼາຍຂຶ້ນເຊັ່ນ: ບໍລິສັດຊຳຊຸງ ອິເລັກໂຕຼນິກ ຂອງເກົາຫຼີໃຕ້ ເຊິ່ງຊ່ວຍໃຫ້ມູນຄ່າການສົ່ງອອກສິນຄ້າອີເລັກໂຕຼນິກຂອງຫວຽດນາມ ໃນໄຕມາດທຳອິດຂອງປີນີ້ສູງເຖິງ 12,300 ລ້ານໂດລາສະຫະລັດ ເພີ່ມຂຶ້ນແບບກ້າວກະໂດດເຖິງ 58.8% ຈາກຊ່ວງເວລາດຽວກັນຂອງປີທີ່ຜ່ານມາ, ສ່ວນຜົນຜະລິດກະສິກຳ ແລະ ການປະມົງໃນໄລຍະ 3 ເດືອນທຳອິດຂອງປີນີ້ເພີ່ມຂຶ້ນ 4.05% ເມື່ອທຽບກັບສະຖິຕິຂອງປີ 2017 ຖືເປັນຄັ້ງທຳອິດໃນຮອບ 13 ປີ ທີ່ຜົນຜະລິດກະສິກຳ ແລະ ການປະມົງຂອງຫວຽດນາມຂະຫຍາຍຕົວເກີນ 4%.

ສະແດງຄວາມຄິດເຫັນ