ດ່ວນ…! ມີຄົນລາວຖືກຕົວະຍົວະຫຼອກລວງໄປແຕ່ງງານກັບຄົນຈີນ ທີ່ ສປ.ຈີນ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjrLazBU29tgOnrrZFgjzFCL3xtVHA6NfDtxfYcJs0-Ae7e3bjcL-Jj69VrADE2q7P2Jhmg5ghDy8b35H0Y5Nay834O54GX_uwckgYRcHeKkkuUOCNrH6yKC51SS3hiYMxSbGAUChCNIBQ/s1600/552.jpg)
ສະຖານກົງສູນໃຫຍ່ແຫ່ງ ສປປ.ລາວ ທີ່ຊາງຊາ, ແຂວງຫູນານ ສປ.ຈີນ ໄດ້ລາຍງານມາຍັງກົມກົງສູນ ກະຊວງການຕ່າງປະເທດວ່າ: ໂດຍອີງຕາມຂໍ້ມູນຂອງສະຖານກົງສູນໃຫຍ່ ສປປ.ລາວ ທີ່ ຊາງຊາ ໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫູນານ, ປັດຈຸບັນເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງເຂດປົກຄອງຈູໂຈວ ໄດ້ກວດພົບພົນລະເມືອງລາວຊື່ ນາງ ປ່ຽນ ຈະເລີນສີ ເກີດເມື່ອວັນທີ 5 ກໍລະກົດ 1996 ຖືໜັງສືຜ່ານແດນເລກທີ P1860258 ຢູ່ບ້ານຫ້ວຍເຄື່ອງ ເມືອງນາແລ ແຂວງຫຼວງນ້ຳທາ ສປປ.ລາວ ຜູ້ກ່ຽວໄດ້ຖືກນາຍໜ້າຕົວະຍົວະຫຼອກລວງມາແຕ່ງງານກັບຄົນຈີນຢູ່ແຂວງຫູນານ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຂົ້າເມືອງຜິດກົດໝາຍ ແລະ ຢູ່ເກີນກຳນົດ, ເຈົ້າໜ້າທີ່ໄດ້ກວດກາເອກະສານຕົວຈິງ ຜູ້ກ່ຽວໄດ້ເຂົ້າ ສປ.ຈີນ ແຕ່ວັນທີ 17 ກໍລະກົດ 2017 ໂດຍຜ່ານດ່ານປາງໄຮ ໄດ້ 220 ວັນ.
ປັດຈຸບັນຜູ້ກ່ຽວຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງ ເຂດປົກຄອງຈູໂຈວ ແຂວງຫູນານ ແລະ ເຈົ້າໜ້າທີ່ຕຳຫຼວດຂອງເມືອງຫຼີຫຼິງ ມີຈຸດປະສົງຈະສົ່ງຜູ້ກ່ຽວກັບຄືນ ສປປ.ລາວ ໃນວັນທີ 22 ມີນາ 2018 ນີ້, ໂດຍຜ່ານດ່ານບໍ່ຫານ-ບໍ່ແຕນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEji1PGE5dDDUenNJdnjCkNN2SQHqN-5ol-0Ke9LebXVEkzPrvjmTT5WhWNWVDqzQY2xDQ9aDCPUdt7nPDmPGeuTbC3zinexgZ_oik8hBu9aMJI94x0zpEoUC1J_O8EAulbGD2mQj9sSpHo/s1600/553.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgswaMKdSUbpVf2BzeGkpXmFKi-DDpn4UwvJllBzLOw8fz2khHhvM_T93DgyQL2eaU61W8hW9HNcejAY0-mt-V0bgAM4TVWEHhZWR2FG99_MhLmg25z7ohAGRghzXFCY8U3xUnH47BHl_U/s1600/554.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjCMWYwaN9NEAgGWm8AlGfOWQPt7Ynmwmb8rKvVyIyr-2x2gGDpvUzM6UBnCluJWwyHJEXN5_euuAVIe9RGSzITcRqHALaM4ZsQ4zBZMOtK2d0OBzO4SkqZfqbSKPfHLv_q-a1ZUmoVnZo/s1600/555.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgMQ2VFElKRjmnbJLuYRjGS1SFobKVzxODc6c6cT6L10u6tjhpcHw8ML4QsFWg8L8FSCL5uO7TlLYHU9VboNqKafPO0jeNWGygSnyVuSt0JlEcuXz84FLGsvtx5KEBJT2CFrdS_AhH4p3c/s1600/556.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjlB3ehLkaLqYn3zOc-9ex7g5TCJCxZ9Bhk30NF6UC2pULBerbiYfcyGl1cdzdIoA93y2rHvBLyQOpahnmyoWZI-ulS82V2Wuf3mkhJ2NcWWXOuxbfZDhxxOYhKmiUv7IZbWc7cYF1aXKA/s1600/557.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ