ລັດເຊຍ ຕອບໂຕ້ທຸກປະເທດໃນສົງຄາມການທູດ ພ້ອມທັງລະບຸໃຫ້ອັງກິດຫຼຸດຈຳນວນທູດໃຫ້ເຫຼືອເທົ່າກັນ


ສຳນັກຂ່າວຕ່າງປະເທດລາຍງານ 31 ມີນາ 2018 ວ່າ: ກະຊວງການຕ່າງປະເທດລັດເຊຍ ອອກຖະແຫຼງການເມື່ອວັນສຸກ (30 ມີນາ) ທີ່ຜ່ານມາ ໃຫ້ເວລາລັດຖະບານອັງກິດ 1 ເດືອນ ໃນການຫຼຸດຈຳນວນເຈົ້າໜ້າທີ່ການທູດຂອງຕົນ ທີ່ປະຈຳການຢູ່ໃນລັດເຊຍໃຫ້ມີຈຳນວນເທົ່າກັນກັບຈຳນວນເຈົ້າໜ້າທີ່ການທູດຂອງລັດເຊຍ ທີ່ປະຕິບັດໜ້າທີ່ຢູ່ໃນອັງກິດ ໂດຍໄດ້ມີການແຈ້ງເລື່ອງດັ່ງກ່າວຜ່ານທ່ານ ລໍຣີ ບຼິສໂທ ເອກອັກຄະລັດຖະທູດອັງກິດ ປະຈຳນະຄອນຫຼວງມົດສະກູແລ້ວ, ຕໍ່ມາກະຊວງການຕ່າງປະເທດອັງກິດ ອອກຖະແຫຼງການວ່າ ເສຍໃຈເປັນຢ່າງຍິ່ງ ແລະ ວິຈານລັດເຊຍວ່າລະເມີດກົດໝາຍລະຫວ່າງປະເທດ ແຕ່ຮັບຊາບທີ່ຈະປະຕິບັດຕາມຂໍ້ກຳນົດຂອງລັດເຊຍ.
ນອກຈາກນີ້, ໃນມື້ດຽວກັນ ກະຊວງການຕ່າງປະເທດລັດເຊຍຍັງໄດ້ເຊີນເອກອັກຄະລັດຖະທູດຈາກ 23 ປະເທດເຂົ້າພົບ ເຊິ່ງລວມເຖິງປະທານການາດາ, ເຢຍລະມັນ, ຝຣັ່ງ, ອູແກຣນ, ໂປໂລຍ, ໂຮນລັງ, ຊູແອດ, ນອກແວ ແລະ ອົດສະຕຣາລີ ເພື່ອແຈ້ງຈຳນວນເຈົ້າໜ້າທີ່ການທູດທີ່ຕ້ອງຖືກຂັບໄລ່ອອກຈາກລັດຊຍ ໃນຈຳນວນເທົ່າກັນ ກັບທີ່ລັດຖະບານປະເທດນັ້ນໆຂັບໄລ່ທູດຂອງລັດເຊຍ, ໃນອີກດ້ານໜຶ່ງ ລັດຖະບານບູນກາລີ ອອກຖະແຫຼງການວ່າ ຈະບໍ່ມີການເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍ ເຊິ່ງບູນກາລີຖືເປັນໜຶ່ງໃນປະເທດທີ່ຕ້ອງເພິ່ງພາອາໄສພະລັງງາາຈາກລັດເຊຍຈຳນວນຫຼາຍ ໂດຍສະເພາະໃນລະດູໜາວ.
ໃນດ້ານຂອງທ່ານ ເດີມິຕຣີ ເປສຄັອບ ໂຄສົກທຳນຽບປະທານປະເທດລັດເຊຍ ກ່າວວ່າລັດເຊຍບໍ່ແມ່ນຜູ້ເລີ່ມຕົ້ນຂອງສົງຄາມການທູດ ແລະ ບໍ່ໄດ້ເປັນຝ່າຍທີ່ໃຊ້ມາດຕະການຂວໍ້າບາດກັບຜູ້ໃດກ່ອນ, ຂະນະທີ່ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການວ່າ ລັດຖະບານລັດເຊຍສາມາດແຕ່ງຕັ້ງເຈົ້າໜ້າທີ່ການທູດຄົນໃໝ່ໃຫ້ຮັບຕຳແໜ່ງແທນເຈົ້າໜ້າທີ່ການທູດທີ່ຖືກເນລະເທດໄດ້ ໂດຍລັດຖະບານສະຫະລັດ ອາເມຣິກາ ຈະພິຈາລະນາໄປແຕ່ລະກໍລະນີ.
ເຊິ່ງສະຫະລັດ ອາເມຣິກາ ໄດ້ເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍ 60 ຄົນ ແລະ ສັ່ງປິດສະຖານກົງສຸນໃຫຍ່ຂອງລັດເຊຍ ທີ່ເມືອງຊີແອດໂທ ເພື່ອສະແດງຄວາມເປັນນ້ຳໜຶ່ງໃຈດຽວກັບອັງກິດ ຈາກກໍລະນີທີ່ທ່ານ ເຊີເກ ສະກຣີພາລ ອະດີດເຈົ້າໜ້າທີ່ຂ່າວກອງຂອງລັດເຊຍ (ສາຍລັບສອງໜ້າ) ແລະ ລູກສາວ ຖືກວາງຢາພິດຂະນະທີ່ລີ້ໄພຢູ່ໃນອັງກິດ ເມື່ອວັນທີ 4 ມີນາ ທີ່ຜ່ານມາ, ແລະ ລັດຖະບານລັດເຊຍກໍ່ໄດ້ຕອບໂຕ້ກັບໂດຍການຂັບໄລ່ທູດສະຫະລັດ ອາເມຣິກາໃນຈຳນວນເທົ່າກັນ ແລະ ສັ່ງປິດສະຖານກົງສຸນໃຫຍ່ຂອງສະຫະລັດ ອາເມຣິກາ ທີ່ນະຄອນເຊນປີເຕີສະເບີກ.

ສະແດງຄວາມຄິດເຫັນ