ລັດຖະບັນຍັດ ຄ່າທຳນຽມ ແລະ ຄ່າບໍລິການ ທຸກຂະແໜງການຂອງລັດ



ໃນສະໄໝການເປັນປະທານປະເທດຂອງທ່ານ ຈູມມາລີ ໄຊຍະສອນ ໄດ້ອອກລັດຖະບັນຍັດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ ລົງວັນທີ 26 ທັນວາ 2012 ປ່ຽນແປນ ສະບັບເລກທີ 03/ປປທ ລົງວັນທີ 19 ພະຈິກ 2008.
ເພື່ອກຳນກົດຫຼັກການ, ລະບຽບການ, ມາດຕະຖານກ່ຽວກັບການກຳນົດອັດຕາຄ່າທຳນຽມ ແລະ ຄ່າບໍລິການວິຊາການຂອງຂະແໜງການລັດ ເພື່ອຄຸ້ມຄອງລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ, ແນ່ໃສ່ຮັບປະກັນໃຫ້ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການໄດ້ມອບເຂົ້າຄັງເງິນແຫ່ງຊາດ ຢ່າງຄົບຖ້ວນຕາມກຳນົດເວລາ, ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃຫ້ບັນລຸຄາດໝາຍທີ່ນຳກົດໄວ້.
ເຊິ່ງຄ່າທຳນຽມ ແມ່ນການເກັບຄ່າສິດຄຸ້ມຄອງບໍລິຫານຂອງລັດ ຈາກບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງຕ່າງໆ ທີ່ເຄື່ອນໄຫວທາງເສດຖະກິດ ແລະ ສັງຄົມໂດຍຜ່ານຂະແໜງການຂອງລັດ ດ້ວຍຮູບການອອກໃບຢັ້ງຢືນ ແລະ ໃບອະນຸຍາດຕນ່າງໆ.
ຄ່າບໍລິການ ແມ່ນການເກັບຄ່າບໍລິການຮັບໃຊ້ທາງດ້ານບໍລິຫານວິຊາການ ຈາກຂະແໜງການຂອງລັດ ໃນການເຄື່ອນໄຫວຮັບໃຊ້ສັງຄົມ ໂດຍບໍ່ຫວັງຜົນກຳໄລ ແລະ ເພື່ອເປັນການຊ່ວຍໜູນການໃຊ້ຈ່າຍງົບປະມານຂອງລັດ.
ໂດຍຄ່າທຳນຽມ ຕ້ອງເປັນ “ອັດຕາດຽວກັນ” ໃນຂອບເຂດທົ່ວປະເທດໃນລະດັບທີ່ສົມເຫດສົມຜົນ ໂດຍສອດຄ່ອງກັບລະດັບການຂະຫຍາຍຕົວທາງເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ຫຼັກການກຳນົດຄ່າບໍລິການວິຊາການ ແມ່ນອີງໃສ່ລະດັບຄວາມອາດສາມາດສະໜອງການບໍລິການວິຊາການຂອງລັດ ຢູ່ໃນແຕ່ລະຂົງເຂດ.
ໝວດທີ 1 ຂະແໜງການເງິນ - ໜ້າທີ 3
ໝວດທີ 2 ຂະແໜງການອຸດສາຫະກຳ ແລະ ການຄ້າ - ໜ້າທີ 10
ໝວດທີ 3 ຂະແໜງການພະລັງງານ ແລະ ບໍ່ແຮ່- ໜ້າທີ 14
ໝວດທີ 4 ຂະແໜງການໂຍທາທິການ ແລະ ຂົນສົ່ງ - ໜ້າທີ 17
ໝວດທີ 5 ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ - ໜ້າທີ 48
ໝວດທີ 6 ຂະແໜງການການຕ່າງປະເທດ - ໜ້າທີ 57
ໝວດທີ 7 ຂະແໜງການປ້ອງກັນຄວາມສະຫງົບ - ໜ້າທີ 61
ໝວດທີ 8 ຂະແໜງການກະສິກຳ ແລະ ປ່າໄມ້ - ໜ້າທີ 66
ໝວດທີ 9 ຂະແໜງການສາທາລະນະສຸກ - ໜ້າທີ 89
ໝວດທີ 10 ຂະແໜງການສຶກສາ - ໜ້າທີ 100
ໝວດທີ 11 ຂະແໜງການຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ - ໜ້າທີ 106
ໝວດທີ 12 ຂະແໜງການວິທະຍາສາດ, ເຕັກໂນໂລຊີ - ໜ້າທີ 129
ໝວດທີ 13 ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ - ໜ້າທີ 142
ໝວດທີ 14 ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ - ໜ້າທີ 157
ໝວດທີ 15 ຂະແໜງການຍຸຕິທຳ - ໜ້າທີ 159
ໝວດທີ 16 ຂະແໜງການສານປະຊາຊົນ - ໜ້າທີ 162
ໝວດທີ 17 ຂະແໜງການແຜນການ ແລະ ການລົງທຶນ - ໜ້າທີ 162
ໝວດທີ 18 ຂະແໜງການພາຍໃນ - ໜ້າທີ 163
ໝວດທີ 19 ອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ - ໜ້າທີ 171

















































































































































































ສະແດງຄວາມຄິດເຫັນ