ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ທີ່ຊິດນີ
ສຳນັກຂ່າວສານປະເທດລາວລາຍງານວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ມາລຄອມ ເທີນບູນ ນາຍົກລັດຖະມົນຕີຂອງອົດສະຕຣາລີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດໃນລະຫວ່າງວັນທີ 15-19 ມີນາ 2018 ທີ່ຊິດນີ, ປະເທດອົດສະຕຣາລີ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຈະພົບປະສອງຝ່າຍກັບທ່ານ ມາລຄອມ ເທີນບູນ ແລະ ຈະເຂົ້າຮ່ວມກອງປະຊຸມທຸລະກິດລາວ-ອົດສະຕຣາລີ ອີກດ້ວຍ.
#Australia 🇦🇺and #ASEAN are partners in advancing our region’s security and prosperity. That’s why Australia is hosting the #ASEANinAus Special Summit in Sydney, 16-18 March 2018. Learn more about this historic event – https://t.co/mpxBLLaoPm pic.twitter.com/RIN2MCIezf— ASEAN-Australia (@ASEANinAus) March 5, 2018
ສະແດງຄວາມຄິດເຫັນ