ລັດເຊຍ ສົ່ງຍົນຕໍ່ຕ້ານເຮືອດຳນ້ຳບິນຜ່ານຂົ້ວໂລກເໜືອ ຂະນະທີ່ ສ.ອາເມຣິກາ-ອັງກິດ ເຝິກຊ້ອມຢູ່ຈຸດດັ່ງກ່າວ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ມີນາ 2018 ທີ່ຜ່ານມາວ່າ: ຍົນກອງທັບລັດເຊຍໄດ້ເຝິກຊ້ອມການບິນຜ່ານຂົ້ວໂລກເໜືອ ໄປຍັງທະວີບອາເມຣິກາເໜືອເປັນຄັ້ງທຳອິດ ນັບຕັ້ງແຕ່ສະໄໝການເປັນສະຫະພາບໂຊວຽດ ຈາກການເປີດເຜີຍຂອງທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ.
ທ່ານ ເຊີເກ ຊອຍກູ ກ່າວຕໍ່ຄະນະນາຍທະຫານລະດັບສູງຂອງກອງທັບລັດເຊຍວ່າ: ຍົນທີ່ເຝິກຊ້ອມເປັນຍົນຕໍ່ຕ້ານເຮືອດຳນ້ຳ ໂດຍບໍ່ໄດ້ລະບຸວ່າການເຝິກຊ້ອມນັ້ນເກີດຂຶ້ນເມື່ອໃດ ແຕ່ການເປີດເຜີຍຂອງທ່ານ ເກີດຂຶ້ນໃນຂະນະທີ່ມີການຮ່ວມເຝິກຊ້ອມທາງທະເລຄັ້ງຍິ່ງໃຫຍ່ ລະຫວ່າງກອງທັບສະຫະລັດ ອາເມຣິກາ ກັບ ກອງທັບອັງກິດ ຢູ່ຂົ້ວໂລກເໜືອ ແລະ ໃນຂະນະດຽວກັນກັບທີ່ມີຄວາມເຄັ່ງຕຶງກັບບັນດາປະເທດຕາເວັນຕົກ-ຕາເວັນອອກ ຈາກບັນຫາການການວາງຢາພິດອະດີດສາຍລັບລັດເຊຍ ທີ່ລີ້ໄພຢູ່ອັງກິດ.
ເຊິ່ງການເຝິກຊ້ອມພາຍໃຕ້ລະຫັດ Exercise 18 (ICEX 2018) ລະຫວ່າງສະຫະລັດ ອາເມຣິກາ ກັບ ອັງກິດນັ້ນ, ກອງທັບອັງກິດໄດ້ສົ່ງເຮືອດຳນ້ຳພະລັງງານນິວເຄຼຍ HMS Trenchant ເຂົ້າຮ່ວມ, ສ່ວນກອງທັບເຮືອສະຫະລັດ ອາເມຣິກາໄດ້ສົ່ງເຮືອດຳນ້ຳ 2 ລຳ ຄື: USS Connecticut ແລະ USS Hartford ແລະ ເຮືອຮົບອີກ 2 ລຳ.
ທາງການອັງກິດກ່າວວ່າ: ການເຝິກຊ້ອມຄັ້ງນີ້ ຖືເປັນໂອກາດດີ ທີ່ເຮືອດຳນ້ຳຂອງອັງກິດຈະໄດ້ຮຽນຮູ້ ແລະ ພັດທະນາຄວາມສາມາດ ເພື່ອປະຕິບັດພາລະກິດໃຕ້ຊັ້ນນ້ຳແຂງຂອງທະວີບອາກຕິກ.
ຈາກການປະເມີນຂອງຜູ້ຊ່ຽວຊານ ຂົ້ວໂລກເໜືອມີປະລິມານສຳຮອງຂອງຮີໂດກາກບອນ ຫຼາຍກວ່າທີ່ອາຣັບບີ ຊາອູດິດ ແລະ ລັດເຊຍມີ.
ພາບການເຝິກຊ້ອມພາຍໃຕ້ລະຫັດ Exercise 18 (ICEX 2018)










ສະແດງຄວາມຄິດເຫັນ