ເຕືອນໄພ...! BCEL One ປອມ ໃຊ້ລາງວັນລໍ້ໃຈ ເພື່ອຫວັງລວງເອົາຂໍ້ມູນຜູ້ໃຊ້ຈິງ


ໃນສື່ສັງຄົມອອນລາຍໄດ້ມີການແຊຣ໌ໂພສ ທີ່ອ້າງວ່າເປັນກິດຈະກຳແຈກລາງວັນ ຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເພື່ອເປັນກົນອຸບາຍໃຫ້ຄົນຫຼົງເຊື່ອ ແລ້ວກົດເຂົ້າໄປດຳເນີນການໃນເວັບໄຊທ໌ການເຄື່ອນໄຫວທຸລະກິດອອນລາຍ ຂອງທາງທະນາຄານດ້ວຍການຈຳລອງເວັບໄຊທ໌ປອມທີ່ມີໜ້າຕາຄ້າຍຄືຂຶ້ນມາ.
ດັ່ງນັ້ນ, ຈຶ່ງຝາກເຕືອນມາຍັງທຸກໆທີ່ໃຊ້ບໍລິການຂອງ BCEL ວ່າ: ຫ້າມກົດເຂົ້າໄປດຳເນີນການໃດໆໂດຍເດັດຂາດ.
ຖ້າຈະດຳເນີນການຕ້ອງໝັ້ນໃນວ່າ URL ຂອງທະນາຄານ BCEL ຕ້ອງເປັນ http://bcel.com.la/ ເທົ່ານັ້ນ.





ສະແດງຄວາມຄິດເຫັນ