ລັດເຊຍຕອບໂຕ້ ຂັບໄລ່ທູດ ສ.ອາເມຣິກາ 60 ຄົນ ພ້ອມສັ່ງປິດສະຖານກົງສຸນ


ສຳນັກຂ່າວຕ່າງປະເທດລາຍງານ 30 ມີນາ 2018 ວ່າ: ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍ ຖະແຫຼງວ່າລັດຖະບານລັດເຊຍສັ່ງໃຫ້ເນລະເທດຂັບໄລ່ທູດຂອງສະຫະລັດ ອາເມຣິກາ 60 ຄົນ ອອກນອກປະເທດ ແລະ ປິດສະຖານກົງສຸນຂອງສະຫະລັດ ອາເມຣິກາ ໃນເມືອງເຊນປີເຕີສະເບີກ ໂດຍເອກອັກຄະລັດຖະທູດສະຫະລັດ ອາເມຣິກາປະຈຳນະຄອນຫຼວງມົດສະກູ ໄດ້ຮັບຊາບເຖິງມາດຕະການດັ່ງກ່າວນີ້ແລ້ວ.

ເຊິ່ງສືບເນື່ອງມາຈາກລັດຖະບານລັດເຊຍຖືກກ່າວຫາ ວ່າເປັນຜູ້ຢູ່ເບື້ອງຫຼັງການໃຊ້ສານພິດຊະນິດຮ້າຍແຮງຕໍ່ລະບົບປະສາດກັບທ່ານ ເຊີເກ ສະກຣີພາລ ອາຍຸ 66 ປີ ອະດີດສາຍລັບສອງໜ້າຂອງລັດເຊຍ ແລະ ລູກສາວທີ່ລີ້ໄພຢູ່ໃນປະເທດອັງກິດ ເມື່ອັວນທີ 4 ມີນາ 2018 ທີ່ຜ່ານມາ, ເຊິ່ງລາຍງານຫຼ້າສຸດຈາກໂຮງໝໍທີ່ປິ່ນປົວສອງພໍ່-ລູກນັ້ນບອກວ່າ ອາການຂອງທັງສອງພົ້ນຂີດອັນຕະລາຍແລ້ວ ມີສະຕິ ແລະ ສາມາດເວົ້າໄດ້ແລ້ວ.
ກ່ອນໜ້ານີ້ລັດຖະບານສະຫະລັດ ອາເມຣິກາ ໄດ້ສັ່ງຂັບໄລ່ນັກການທູດລັດເຊຍ 60 ຄົນ ອອກນອກປະເທດສະຫະລັດ ອາເມຣິກາ ແລະ ສັ່ງປິດສະຖານກົງສຸນລັດເຊຍໃນເມືອງຊີແອດໂທອີກດ້ວຍ.
ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍກ່າວອີກວ່າ: ລັດເຊຍຈະໃຊ້ມາດຕະການຕອບໂຕ້ແບບດຽວກັນນີ້ ກັບປະເທດອື່ນໆທີ່ສັ່ງຂັບໄລ່ທູດລັດເຊຍອອກນອກປະເທດ ເພື່ອຢືນຢູ່ຂຽງຂ້າງອັງກິດໃນການກ່າວຫາວ່າລັດເຊຍຢູ່ເບື້ອງຫຼັງການໃຊ້ສານພິດຮ້າຍແຮງກັບສາຍລັບສອງໜ້າ ແລະ ລູກສາວດັ່ງກ່າວ.

ສະແດງຄວາມຄິດເຫັນ