18 ປະເທດຂັບໄລ່ທູດລັດເຊຍອອກນອກປະເທດກວ່າ 100 ຄົນ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ມີນາ 2018 ທີ່ຜ່ານມາວ່າ: ສະຫະລັດ ອາເມຣິກາ, ການາດາ, ອູແກຣນ ແລະ 15 ປະເທດສະມາຊິກສະຫະພາບເອີຣົບ ພ້ອມໃຈກັນຂັບໄລ່ເຈົ້າໜ້າທີ່ການທູດລັດເຊຍກວ່າ 100 ຄົນ ອອກນອກປະເທດເມື່ອວັນຈັນ (26 ມີນາ) ທີ່ຜ່ານມາ ເພື່ອສະແດງຄວາມເປັນນ້ຳໜຶ່ງໃຈດຽວກັນກັບອັງກິດ ໃນການລົງໂທດລັດຖະບານລັດເຊຍ ທີ່ຖືກລະບຸວ່າເປັນຜູ້ຢູ່ເບື້ອງຫຼັງການວາງຢາພິດອະດີດສາຍລັບລັດເຊຍໃນອັງກິດ.
ໂດຍທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ໄດ້ຖະແຫຼງຕໍ່ສະພາຜູ້ແທນ ໃນນະຄອນຫຼວງລອນດອນ ເມື່ອວັນທີ 26 ມີນາ ທີ່ຜ່ານມາວ່າ: 18 ປະເທດໃນອາເມຣິກາເໜືອ ແລະ ເອີຣົບ ເຂົ້າຮ່ວມກັບອັງກິດ ໃນການຂັບໄລ່ເຈົ້າໜ້າທີ່ການທູດລັດເຊຍ ທີ່ຖືກກ່າວຫາວ່າໃຊ້ພາລະກິດການທູດບັງໜ້າເພື່ອປະຕິບັດໜ້າທີ່ເປັນສາຍລັບ ໂດຍທ່ານ ນາງ ເທເຣຊາ ເມ ກ່າວວ່າ: ປະຕິບັດການຄັ້ງນີ້ຖືເປັນການຂັບໄລ່ເຈົ້າໜ້າທີ່ຂ່າວກອງຂອງລັດເຊຍຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ.
ທ່ານ ນາງ ເທເຣຊາ ເມ ກ່າວອີກວ່າ: ການຂັບໄລ່ພ້ອມໆກັນ ຖືເປັນໄຊຊະນະສຳລັບຄວາມພະຍາຍາມຂອງອັງກິດ ໃນການລະດົມສຽງສະໜັບສະໜູນຈາກນານາຊາດ ເພື່ອລົງໂທດລັດເຊຍທີ່ໃຊ້ສານພິດທຳລາຍລະບົບປະສາດຕໍ່ທ່ານ ເຊີເກ ສະກຣີພາລ ອະດີດສາຍລັບລັດເຊຍ ອາຍຸ 66 ປີ ແລະ ນາງ ຢູເລຍ ສະກຣີພາລ ລູກສາວ ອາຍຸ 33 ປີ ທີ່ເມືອງຊາລິສບິວຣີ ປະເທດອັງກິດ ເມື່ອວັນທີ 4 ມີນາ 2018 ທີ່ຜ່ານມາ, ທ່ານ ນາງ ເທເຣຊາ ເມ ກ່າວຢ້ຳວ່າ ພຶດຕິກຳທີ່ແຂງກະດ້າງຂອງລັດເຊຍ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງກຸ່ມປະເທດຕາເວັນຕົກໂດຍລວມ.
ຂະນະທີ່ນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ທ່ານ ນາງ ຊາຣາ ແຊນເດີ ໂຄສົກປະຈຳທຳນຽບຂາວກ່າວວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ສັ່ງໃຫ້ຂັບໄລ່ເຈົ້າໜ້າທີ່ຂ່າວກອງລັດເຊຍ 48 ຄົນ ແລະ ອີກ 12 ຄົນໃນຄະນະເຈົ້າໜ້າທີ່ການທູດລັດເຊຍປະຈຳອົງການສະຫະປະຊາຊາດ ອອກນອກປະເທດສະຫະລັດ ອາເມຣິກາພາຍໃນ 7 ວັນ ພ້ອມກັບສັ່ງປິດສະຖານກົງສຸນລັດເຊຍໃນເມືອງຊີແອດໂທ.

ສະແດງຄວາມຄິດເຫັນ