ປາເລສໄຕ-ອິດສະຣາແອນ ປະທະດຸເດືອດຕາຍແລ້ວ 16 ບາດເຈັບກວ່າ 1,000 ຄົນ


ສຳນັກຂ່າວຕ່າງປະເທດລາຍງານ 31 ມີນາ 2018 ວ່າ: ການເດີນຂະບວນປະທ້ວງຄັ້ງຍິ່ງໃຫຍ່ປະຈຳປີຂອງປະຊາຊົນປາເລາໄຕ ໃນເຂດກາຊາ ທີ່ມີຊື່ຂະບວນການວ່າ: “ການເດີນຂະບວນຄັ້ງຍິ່ງໃຫຍ່ເພື່ອທວງຄືນ” ຫຼື The Great March of Return ເລີ່ມຂຶ້ນເມື່ອວັນສຸກ (30 ມີນາ) ທີ່ຜ່ານມາ ເປັນມື້ທຳອິດ, ເຊິ່ງກົງກັນກັບມື້ທີ່ທະຫານອິດສະຣາແອນສັງຫານຜູ້ປະທ້ວງຊາວປາເລສໄຕ 6 ຄົນ ໃນລະຫວ່າງການປະທ້ວງກ່ຽວກັບຄວາມຂັດແຍ່ງເລື່ອງເນື້ອທີ່ດິນໃນການທຳມາຫາກິນ ຢູ່ເຂດຢຶດຄອງທັງໃນເຂດກາຊາ ແລະ ເຂດເວດແບັງ ເມື່ອປີ 1976.
ເຖິງຢ່າງໃດກໍ່ຕາມ, ບັນຍາກາດຂອງການໂຮມຊຸມນຸມປະທ້ວງບໍ່ເກີນຄວາມຄາດໝາຍ ເມື່ອຜູ້ປະທ້ວງປະມານ 30,000 ຄົນ ແລະ ເຈົ້າໜ້າທີ່ກອງກຳລັງປ້ອງກັນອິດສະຣາແອນ ປະທະກັນຢ່າງດຸເດືອດຕະຫຼອດແນວຊາຍແດນ ທີ່ມີໄລຍະທາງ 65 ກິໂລແມັດ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 16 ຄົນ ໜຶ່ງໃນນັ້ນເປັນໄວໜຸ່ມອາຍຸ 16 ປີ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 1,400 ຄົນ, ໂດຍໃນຈຳນວນນີ້ 758 ຄົນມີຮອຍບາດທີ່ເປັນຜົນມາຈາກການໃຊ້ລູກປືນແທ້ຂອງກອງກຳລັງອິດສະຣາແອນ, ຕາມການລາຍງານຂອງກະຊວງສາທາລະນະສຸກປາເລສໄຕ ວ່າການປະທ້ວງເລີ່ມຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ກໍ່ມີຊາວປາເລສໄຕ ອາຍຸ 27 ປີ ເສຍຊີວິດຈາກລູກປືນໃຫຍ່ຂອງກອງກຳລັງປ້ອງກັນອິດສະຣາແອນ.
ຕໍ່ມາທ່ານ ມາໝູດ ອັບບາສ ຜູ້ນຳປາເລສໄຕ ກ່າວວ່າລັດຖະບານອິດສະຣາແອນ ຕ້ອງຮັບຜິດຊອບຕໍ່ການເສຍຊີວິດຂອງປະຊາຊົນປະເລສໄຕທັງໝົດ, ໃນດ້ານຂອງກອງກຳລັງປ້ອງກັນອິດສະຣາແອນ ອອກຖະແຫຼງການວ່າເຈົ້າໜ້າທີ່ໃຊ້ລູກປືນແທ້ ສະເພາະໃນກໍລະນີທີ່ຜູ້ປະທ້ວງພະຍາຍາມທຳລາຍສິ່ງຂວາງກັ້ນຕາມເຂດຊາຍແດນ ແລະ ກ່າວອີກວ່າ ຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຈາກ 16 ຄົນ ເປັນສະມາຊິກກຸ່ມຮາມາສ, ຂະນະດຽວກັນມີລາຍງານວ່າ ກອງກຳລັງປ້ອງກັນອິດສະຣາແອນໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍ 3 ແຫ່ງໃນເຂດກາຊາ ແລະ ໃນສ່ວນຂອງປະຕິບັດການຄວບຄຸມກຸ່ມຜູ້ປະທ້ວງນັ້ນໄດ້ມີການສົ່ງໂດຣນຖິ້ມແກັດນ້ຳຕາເປັນໄລຍະໆ.

ເຊິ່ງກຸ່ມຮາມາສ ຖືເປັນແກນນຳຂອງການປະທ້ວງ The Great March of Return ປະກາດວ່າກິດຈະກຳໃນປີນີ້ ຈະໃຊ້ເວລາຍາວນານກວ່າທຸກໆປີທີ່ຜ່ານມາ ໂດຍຈະເກີດຂຶ້ນຢ່າງຕໍ່ເນື່ອງເຖິງວັນທີ 15 ພຶດສະພາ 2018 ນີ້ ຫຼື 1 ວັນຫຼັງວັນຄົບຮອບການສະຖາປະນາລັດອິດສະຣາແອນ ທີ່ໃນປີນີ້ເປັນປີທີ 70 ແລະ ສະຫະລັດ ອາເມຣິກາ ປະກາດຈະໃຊ້ວັນດັ່ງກ່າວເປັນມື້ຍ້າຍສະຖານທູດຈາກນະຄອນເທວອາວີບ ມາຍັງນະຄອນເຢຣູຊາເລມ.





ສະແດງຄວາມຄິດເຫັນ