ຫວຽດນາມ-ລັດເຊຍ ຈະເພີ່ມທະວີການຮ່ວມມືການຄ້າລະຫວ່າງກັນໃຫ້ບັນລຸ 10 ຕື້ໂດລາ ໃນປີ 2020


ສຳນັກຂ່າວຕ່າງປະເທດລາຍງານ 26 ມີນາ 2018 ວ່າ: ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວໃນລະຫວ່າງການເຂົ້າພົບ ແລະ ປຶກສາຫາລືກັບທ່ານ ຫງຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ທີ່ນະຄອນຫຼວງຮາໂນຍ ເມື່ອວັນເສົາ (24 ມີນາ) ທີ່ຜ່ານມາວ່າ: ຫວຽດນາມເປັນໜຶ່ງໃນປະເທດທີ່ລັດຖະບານລັດເຊຍ ຖືເປັນພັນທະມິດສຳຄັນໃນພູມມິພາກອາຊີ-ປາຊີຟິກ ແລະ ລັດເຊຍຫວັງເປັນຢ່າງຍິ່ງວ່າຈະໄດ້ມີການສົ່ງເສີມນະໂຍບາຍປະຕິຮູບເສດຖະກິດຂອງຫວຽດນາມ ເຊິ່ງເປັນໜຶ່ງໃນປະເທດທີ່ມີພັດທະນາການທາງເສດຖະກິດດີເປັນອັນດັບຕົ້ນໆໃນພູມມິພາກ.

ເຊິ່ງກ່ອນໜ້າການພົບປະກັບທ່ານ ຫງຽນ ຟູ ຈອງ ທ່ານ ເຊີເກ ລາວາຣົບ ແລະ ທ່ານ ຟາມ ບິນ ມິນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ລົງນາມຮ່ວມກັນໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການຍົກລະດັບການຮ່ວມມືທາງດ້ານການຄ້າ ເຊິ່ງສະຖິຕິເມື່ອປີທີ່ຜ່ານມາຢູ່ທີ່ 3,550 ລ້ານໂດລາສະຫະລັດ ເພີ່ມຂຶ້ນເຖິງ 31% ຈາກມູນຄ່າເມື່ອປີ 2016 ແລະ ຈະໃຫ້ເພີ່ມຂຶ້ນອີກເຖິງ 10,000 ລ້ານໂດລາສະຫະລັດ ພາຍໃນປີ 2020 ເຊິ່ງລວມເຖິງການເດີນໜ້າເຈລະຈາຂໍ້ຕົກລົງການຄ້າເສລີລະຫວ່າງຫວຽດນາມ ກັບ ສະຫະພາບເສດຖະກິດຢູເຣເຊຍ (EEC) ທີ່ມີລັດເຊຍເປັນຫົວເຮືອໃຫຍ່ ແລະ ໂຄງການຂະຫຍາຍຂອບເຂດການຮ່ວມມືລະຫວ່າງລັດຖະບານທັງສອງປະເທດ ໃນດ້ານການສົ່ງເສີມການລົງທຶນໃນອຸດສາຫະກຳພະລັງງານ.



ສະແດງຄວາມຄິດເຫັນ