ສ.ອາເມຣິກາ ປະກາດຈະຍ້າຍສະຖານທູດຈາກເທວອາວີບໄປນະຄອນເຢຣູຊາເລມ ໃນເດືອນພຶດສະພານີ້
ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ເລື່ອງການກຽມຍ້າຍສະຖານທູດຈາກນະຄອນຫຼວງເທວອາວີບ ໄປຍັງນະຄອນຫຼວງເຢຣູຊາເລມ ໃນຖານະນະຄອນຫຼວງຂອງອິດສະຣາແອນ ໃນເດືອນພຶດສະພາ 2018 ນີ້ ເຊິ່ງຈະກົງກັບໄລຍະການສະເຫຼີມສະຫຼອງວັນຊາດຂອງອິດສະຣາແອນພໍດີ ແລະ ປີນີ້ຖືເປັນວາລະສຳຄັນເນື່ອງໃນໂອກາດຄົບຮອບ 70 ປີ, ເຖິງຢ່າງໃດກໍ່ຕາມຖະແຫຼງການບໍ່ໄດ້ລະບຸເວລາຢ່າງຊັດເຈນ ແຕ່ວັນຊາດຂອງອິດສະຣາແອນແມ່ນວັນທີ 14 ພຶດສະພາ.
.@StateDept: In May, the United States plans to open a new U.S. Embassy in #Jerusalem. The opening will coincide with Israel’s 70th anniversary. https://t.co/oLD4402XYn— USEmbassyTelAviv (@usembassyta) February 23, 2018
ໃນດ້ານຂອງອົງການປົດປ່ອຍປາເລສໄຕ ໄດ້ອອກຖະແຫຼງການປະນາມການເຄື່ອນໄຫວດັ່ງກ່າວວ່າ ເປັນການຄຸກຄາມປະຊາຄົມອາຣັບ ແລະ ມຸດສະລິມ ແລະ ຖືເປັນການທຳລາຍແນວທາງສອງລັດ ທີ່ເປັນພື້ນຖານຂອງຂະບວນການສັນຕິພາບລະຫວ່າງປາເລສໄຕ ກັບ ອິດສະຣາແອນ. ນອກຈາກນີ້, ການກຽມຍ້າຍສະຖານທູດປະຈຳອິດສະຣາແອນຂອງສະຫະລັດ ອາເມຣິກາ ຍັງເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ຫຼັງຈາກທ່ານ ມາໝຸດ ອັບບາສ ປະທານປະເທດປາເລສໄຕກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະເໜີຈັດຕັ້ງກອງປະຊຸມສັນຕິພາບລະດັບພະຫຸພາຄີໃນກາງປີນີ້ ເພື່ອເປີດທາງສູ່ການປຶກສາຫາລືຟື້ນຟູການເຈລະຈາສັນຕິພາບກັບອິດສະຣາແອນ ທີ່ຢຸດຕິລົງຕັ້ງແຕ່ປີ 2014.
ສະແດງຄວາມຄິດເຫັນ