ການສໍ້ລາດບັງຫຼວງ ສປປ.ລາວ ຢູ່ອັນດັບທີ 135 ຂອງໂລກ ຈາກທັງໝົດ 180 ປະເທດ ໃນປີ 2017
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjhlj1AlXOzg0CN4Ovt5D5wulUd5Yg_qVRCHPAJzagQzgR4tvzcGwN3ysINGTl5H45-oiGxNZ9YQmTyTfK2fuwu35fb_zlhHIQXkGyNsoepPEv5xcM_8TyJy6o_rbD2STvBy6F1CgiXXV5d/s1600/126.jpg)
ອົງກອນເພື່ອຄວາມໂປ່ງໃສສາກົນ (Transparency International) ໄດ້ປະກາດຄ່າດັດຊະນີການສໍ້ລາດບັງຫຼວງ ປີ 2017 ຜົນປາກົດວ່າ 2 ໃນ 3 ຈາກ 180 ປະເທດທົ່ວໂລກຍັງມີຄະແນນຕໍ່າກວ່າ 50 ຄະແນນເຊັ່ນດຽວກັນທີ່ຜ່ານມາ ແລະ ມີຄ່າຄະແນນສະເລ່ຍ 43 ຄະແນນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhYuSiABdW9toQIGSm4u5INEA5HZOiT8qORit702H0L-4NFB1JwxEwdAqBHo_sJbgmCUf3w1gyhxjBOTIeJh7VWcT20hwhKwOKwGtLdiyflOnLls6QXnMfbHQ-ihtXF1XXULQ7efkHirbOF/s1600/CPI+2017+global+map+table.jpg)
ສຳລັບປະເທດທີ່ໄດ້ອັບດັບໜຶ່ງແມ່ນ ປະເທດນິວຊີແລນ ດ້ວຍຄະແນນ 89 ຄະແນນ ຂຶ້ນມາຄອງອັບດັບໜຶ່ງ ໜຶ່ງດຽວຂອງໂລກ ເພາະປີ 2016 ນິວຊີແລນ ແລະ ດານມາກ ມີຄະແນນເທົ່າກັນ 90 ຄະແນນຄອງອັນດັບໜຶ່ງຮ່ວມ. ໂດຍໃນປີນີ້ດານມາກຢູ່ອັນດັບ 2 ດ້ວຍຄະແນນ 88 ຄະແນນ, ແຕ່ເຖິງຢ່າງໃດກໍ່ຕາມສອງປະເທດນີ້ແມ່ນມີຄະແນນຫຼຸດລົງ.
ໃນປີນີ້ສິງກະໂປ ຍັງສາມາດສ້າງຊື່ສຽງໃຫ້ກັບທະວີບອາຊີ ເພາະໄດ້ຄະແນນ 84 ເທົ່າກັບປີທີ່ຜ່ານມາ, ແຕ່ອັນດັບເລື່ອນຂຶ້ນມາຢູ່ທີ 6 ຈາກ ທີ 7 ສ່ວນຂອງປະເທດລາວໄດ້ 29 ຄະແນນ ຈາກຄະແນນເຕັມ 100 ຢູ່ອັນດັບທີ 135 ຂອງໂລກ.
ດັດຊະນີຄວາມໂປ່ງໃສ Transparency International ປີນີ້ຈັດຂຶ້ນເປັນຄັ້ງທີ 23 ນັບຕັ້ງແຕ່ປີ 1995 ທີ່ມີການຈັດອັນດັບເປັນຄັ້ງທຳອິດ ແລະ ເປັນປີທີ່ຄົບຮອບ 25 ປີຂອງການສ້າງຕັ້ງອີກດ້ວຍ, CPI (Corruption Perceptions Index) ແມ່ນດັດຊະນີພາບລັກການສໍ້ລາດບັງຫຼວງຂອງປະເທດຕ່າງໆທົ່ວໂລກ ໂດຍເປັນການວັດຈາກພາບລັກການສໍ້ລາດບັງຫຼວງຂອງພາກລັດ ຫຼື ລັດຖະກອນໃນສາຍຕາຂອງຜູ້ຊ່ຽວຊານ ແລະ ນັກທຸລະກິດ ດ້ວຍການໃຫ້ຄະແນນຕັ້ງແຕ່ລະດັບ 0 ຄື: ມີການສໍ້ລາດບັງຫຼວງຫຼາຍທີ່ສຸດ ໄປຈົນເຖິງ 100 ຄືມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ ປະເທດໃດມີຄະແນນ CPI ຕ່ຳປະເທດນັ້ນມີຄວາມໂປ່ງໃສໜ້ອຍການສໍ້ລາດບັງຫຼວງສູງ.
ການກຳນົດດັດຊະນີຊີ້ວັດພາບລັກປີນີ້ ມີການສຳຫຼວດນັກທຸລະກິດ ແລະ ການປະເມີນຂອງຜູ້ຊ່ຽວຊານເຖິງ 13 ຄັ້ງ ແລະ ຜ່ານການວິເຄາະທີ່ເຊື່ອມໂຍງເຖິງການສໍ້ລາດບັງຫຼວງ, ເສລີພາບຂອງສື່ ແລະ ເສລີພາບຂອງພົນລະເມືອງໃນທົ່ວໂລກ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ