ຫວຽດນາມບໍ່ເຖິງຝັ່ງຝັນ ບານເຕະ U23 ຊິງແຊັມອາຊີ 2018 ອຸດສະເບກິດສະຖານໄດ້ແຊັມໄປຄອງ


ການແຂ່ງຂັນບານເຕະ U23 ຊິງແຊັມອາຊີ ຮອບຊິງຊະນະເລີດ ຄັ້ງວັນທີ 27 ມັງກອນ 2018 ທີ່ຊາງໂຈວ ມົນທົນຈຽງຊູ ປະເທດຈີນ ລະຫວ່າງທີມຊາດຫວຽດນາມ ພົບກັບ ທີມຊາດອຸດສະເບກິດສະຖານ ຜົນການແຂ່ງຂັນອຸດສະເບກິດສະຖານ ເອົາຊະນະຫວຽດນາມໄປໄດ້ 2-1 ເຮັດໃຫ້ອຸດສະເບກິດສະຖານເປັນແຊັມອາຊີ ລຸ້ນ U23 ປະຈຳປີ 2018.

ນອກຈາກນັ້ນ, ການແຂ່ງຂັນຄັ້ງນີ້ ທຸກຝ່າຍຕ້ອງພົບກັບອຸປະສັກໃຫຍ່ ເພາະສະພາບອາກາດບໍ່ເປັນໃຈ ທີ່ມີຫິມະຕົກໜັກຕະຫຼອດວັນ ຈົນສະພາບສະໜາມກາຍເປັນສີຂາວ ແລະ ມີຄວາມຍາກລຳບາກໃນການແຂ່ງຂັນ.
ເຖິງຢ່າງໃດກໍ່ຕາມ ຫວຽດນາມຖືວ່າເປັນທີມຊາດທຳອິດໃນອາຊີຕາເວັນອອກສຽງໃຕ້ ທີ່ສາມາດຜ່ານເຂົ້າມາເຖິງຮອບຊິງຊະນະເລີດ ຂອງການແຂ່ງຂັນບານເຕະຊິງແຊັມອາຊີ.




ສະແດງຄວາມຄິດເຫັນ