ວິຖີຊີວິດຊາວແຂວງຊຽງຂວາງ ກັບການຫາຟືນເພື່ອເປັນເຊື້ອໄຟ


ຟືນ ຖືເປັນສິ່ງທີ່ຂາດບໍ່ໄດ້ໃນຊີວິດຂອງຊາວຊົນນະບົດ ທີ່ຕ້ອງໃຊ້ສຳລັບເປັນເຊື້ອໄຟໃນການປຸງແຕ່ງອາຫານ ແຕ່ສຳລັບຊາວພາກເໜືອ ໂດຍສະເພາະເຂດທີ່ມີອາກາດໜາວເຢັນຕະຫຼອດປີ ຍິ່ງມີຄວາມຈຳເປັນທີ່ຕ້ອງໃຊ້ຟືນ ເພື່ອກໍ່ໄຟຝີງສ້າງຄວາມອົບອຸ່ນໃຫ້ແກ່ຮ່າງກາຍ, ເຊິ່ງພາບເຫຼົ່ານີ້ເປັນພາບຂອງປະຊາຊົນຊາວແຂວງຊຽງຂວາງ ທີ່ກຳລັງເປ້ຟືນກັບບ້ານເຮືອນ ແລະ ຕາກຟືນ ເພື່ອເກັບໄວ້ໃຊ້ຍາວນານ ໂດຍສະເພາະລະດູຝົນ.









ສະແດງຄວາມຄິດເຫັນ