ສາຍການບິນຕວັກກີ ເກືອບພາຮ້ອຍກວ່າຊີວິດລົງທະເລດຳ (ວິດີໂອ)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgeE4OSM8-xo5YXSwOpabvFSZp_3PmsMAaqfTWmPrmkNtdteQEJSZSnScyAr4au5h8j-tAS0vsYN5CgrcN9_jGnerpGNSco0gJKisXW202ARja3KqtOZ1C9WFcRozaRbQvGBawtxindznvW/s1600/218.jpg)
ສຳນັກຂ່າວຕ່າງປະເທດລາຍງານ 14 ມັງກອນ 2018 ວ່າ: ຍົນໂດຍສານ ໂບອິ້ງ 737 ຂອງສາຍການບິນ Pegasus Airlines ເກີດອຸບັດຕິເຫດເຈືອກອອກນອກລານແລ່ນ ຂະນະທີ່ກຳລັງລົງຈອດທີ່ສະໜາມບິນໃນເມືອງແທຼບຊອນ ແຄມຝັ່ງທະເລດຳ ພາກເໜືອຂອງຕວັກກີ ເມື່ອຄໍ່າຄືນວັນເສົາທີ່ຜ່ານມາ ພາຍຫຼັງທີ່ເດີນທາງມາຈາກນະຄອນຫຼວງອັງກາຣາ ຂອງຕວັກກີ ສູ່ຈຸດໝາຍປາຍທາງທີ່ເມືອງແທຼບຊອນ ແຕ່ກໍ່ມາເກີດອຸບັດຕິເຫດ ແລະ ເຮັດໃຫ້ຍົນຄ້າງຢູ່ໜ້າຕະລິ່ງຝັ່ງ ເພາະຕີນຄາຂີ້ຕົມ ແລະ ອີກບໍ່ພໍເທົ່າໃດແມ່ນຕົກລົງທະເລ.
ເຊິ່ງທາງສາຍກາບິນໄດ້ຖະແຫຼງຢືນຢັນວ່າບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຈາກຜູ້ໂດຍສານທັງໝົດ 162 ຄົນ ເຊັ່ນດຽວກັບເຮົາເຈົ້າໜ້າທີ່ເທິງຍົນທັງໝົດ 12 ຄົນ ທີ່ໄດ້ຮັບການຊ່ວຍເຫຼືອ ແລະ ອົບພະຍົບອອກມາຈາກຍົນໄດ້ສຳເລັດໂດຍບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ, ສ່ວນສາເຫດຍັງບໍ່ຊັດເຈນ ແລະ ຢູ່ໃນລະຫວ່າງການສືບສວນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ