ຕຳຫຼວດຟິລິບປິນ ຍິງຜູ້ຕ້ອງສົງໄສພົວພັນຢາເສບຕິດຕາຍ 5 ຄົນ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgsfIZ_gF-fyPoZHSAoKKBieouZXB2YRc7hb4ZUO5Q4_D-NtCjCRk6aANYqLyvTIoc5yHgiVvH58ZSVMq_Ts3XknBvWzOF7oPl45zk_oR4aBH0KLU-p4Atq9J_7_ucsajGWmukLOQLZ82p7/s1600/211.jpg)
ສຳນັກຂ່າວຕ່າງປະເທດລາຍງານ 12 ມັງກອນ 2018 ວ່າ: ເມື່ອວັນພຸດ (10 ມັງກອນ) ທີ່ຜ່ານມາ ຕຳຫຼວດຟິລິບປິນໄດ້ຍິງຜູ້ຕ້ອງສົງໄສຈຳນວນ 5 ຄົນເສຍຊີວິດ ແລະ ຍັງມີຜູ້ຖືກຈັບກຸມອີກ 95 ຄົນ ໃນການບຸກກວດຄົ້ນຫຼາຍແຫ່ງທີ່ແຂວງບູລາກັນ ທີ່ເປັນດ່ານໜ້າຂອງການກວາດລ້າງຢາເສບຕິດ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEj3KU8QhM0Tfkm0tkcZ15DFOcGJGI__-fYu4V1wSPdvYbL49FyavTj_wbmRQQ8nelfXcAlVMj40-fTXnQwXofj1utPuxPWBEdqe8FpDA47a7ANpe_upuaZfqHoZWxjKrmeWZ81-RLBmbTcm/s1600/212.jpg)
ຕຳຫຼວດຟິລິບປິນໄດ້ຂ້າຜູ້ຕ້ອງສົງໄສເກືອບ 3,000 ຄົນ ໃນໄລຍະ 17 ເດືອນທີ່ທ່ານ ໂຣດຼິໂກ ດູເຕເຕ ເຂົ້າຮັບຕຳແໜ່ງປະທານປະເທດ ເພື່ອກວາດລ້າງຢາເສບຕິດ ແລະ ອາຊະຍາກຳໃຫ້ໝົດໄປຈາກສັງຄົມຟິລິບປິນ ທີ່ເປັນໄປຕາມນະໂຍບາຍທີ່ທ່ານ ດູເຕເຕ ປະກາດໄວ້ໃນລະຫວ່າງການຫາສຽງເລືອກຕັ້ງ.
ການກວາດລ້າງດັ່ງກ່າວ ຫຼື ສົງຄາມຢາເສບຕິດ ໄດ້ກໍ່ໃຫ້ເກີດສຽງວິພາກວິຈານຢ່າງຮຸນແຮງທັງພາຍໃນ ແລະ ຕ່າງປະເທດ ກຸ່ມສິດທິມະນຸດກ່າວຫາວ່າຕຳຫຼວດມີການສໍ້ໂກງຂ້າປະຊາຊົນທີ່ບໍ່ມີທາງສູ້, ຈັດສາກປັ້ນຫຼັກຖານ, ຈ້າງມືປືນຂ້າຜູ້ຕ້ອງສົງໄສ ແລ້ວລັກຊັບສິນອັນມີຄ່າຂອງຜູ້ຖືກຂ້າ, ທະນາຍຄວາມຄົນຟິລິບປິນລາຍໜຶ່ງໄດ້ຍື່ນຟ້ອງໄປຍັງສານອາຍາລະຫວ່າງປະເທດ (ICC) ທີ່ນະຄອນຫຼວງເຮັກ ປະເທດໂຮນລັງ ເມື່ອປີທີ່ຜ່ານມາ ກ່າວຫາທ່ານ ດູເຕເຕ ວ່າກໍ່ອາຊະຍາກຳຕໍ່ມະນຸດ.
ເຊິ່ງທ່ານ ດູເຕເຕ ເອງກໍ່ເຄີຍໄດ້ກ່າວຍອມຮັບໃນເດືອນມັງກອນ 2017 ທີ່ຜ່ານມາວ່າ ຕຳຫຼວດຟິລິບປິນມີການສໍ້ໂກງຝັງຮາກເລິກ ແລະ ໄດ້ສັ່ງຢຸດຕິປະຕິບັດການກວາດລ້າງຢາເສບຕິດຊົ່ວຄາວ ເພື່ອຢຸດຕິສຽງໂຈມຕີຈາກຫຼາຍຝ່າຍ ແລະ ໄດ້ສັ່ງໃຫ້ກັບມາປະຕິບັດໃນແນວໜ້າອີກຄັ້ງແລ້ວ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ