ເກົາຫຼີເໜືອຈະປ່ອຍດາວທຽມສື່ສານດວງໃໝ່ ຂຶ້ນຢູ່ວົງໂຄຈອນ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgzRgEYsQc24fuWxHaYelnzYv-vb_l3ytWDY1i35or7w57F9eNi_VEOzzdQ_TciYobN_zJZkEHU_p3FPMBZNou4A8-DEqQsoFfMaEctlPgaV7UPpSrQ7wfnU5FNmeLoaCnQH6zkK7uA39_h/s1600/45.jpg)
ສຳນັກຂ່າວຕ່າງປະເທດລາຍງານ 27 ທັນວາ 2017 ໂດຍອ້າງແຫຼ່ງຂ່າວຈາກໜັງສືພິມ ຈູງອາງ ອິນໂດບ ຂອງເກົາຫຼີໃຕ້ລາຍງານແຫ່ງຂ່າວຈາກລັດຖະບານເກົາຫຼີໃຕ້ ເມື່ອວັນອັງຄານທີ່ຜ່ານມາວ່າ: ຈາກແຫຼ່ງຂ່າວຫຼາຍຊ່ອງທາງທີ່ບົ່ງບອກວ່າ ເກົາຫຼີເໜືອໄດ້ສຳເລັດການພັດທະນາດາວທຽມດວງໃໝ່ທີ່ມີຊື່ວ່າ Kwangmyongsong-5 (ກວາງມະຢອງຊອງ-5) ແລະ ມີແຜ່ນສົ່ງດາວທຽມຕິດຕັ້ງກ້ອງ ແລະ ອຸປະກອນການສື່ສານໂທລະຄົມມະນາຄົມຂຶ້ນສູ່ວົງໂຄຈອນນອກໂລກ.
ເຊິ່ງທີ່ຜ່ານມາເກົາຫຼີເໜືອກໍ່ໄດ້ປ່ອຍດາວທຽມກວາງມະຢອງຊອງ-4 ຂຶ້ນສູ່ອະວະກາດເມື່ອເດືອນກຸມພາ ປີ 2016 ທີ່ຜ່ານມາ, ໂຄສົກກອງບັນຊາການທະຫານສູງສຸດຂອງເກົາຫຼີໃຕ້ກ່າວວ່າ: ຍັງບໍ່ມີສິ່ງໃດຜິດປົກກະຕິໃນຂະນະນີ້ ແຕ່ກອງທັບເກົາຫຼີໃຕ້ຈະຕິດຕາມທຸກການເຄື່ອນໄຫວຂອງເກົາຫຼີເໜືອ ລວມທັງການປ່ອຍດາວທຽມໃນຄັ້ງນີ້.
ໂດຍກ່ອນໜ້ານີ້ໜັງສືພິມໂຣດອງ ຊິນມຸນ ຂອງເກົາຫຼີເໜືອກໍ່ເຄີຍໄດ້ກ່າວວ່າ ເກົາຫຼີເໜືອມີສິດທີ່ຈະປ່ອຍດາວທຽມ ແລະ ພັດທະນາເຕັກໂນໂລຊີອະວະກາດຂອງຕົນ ເຖິງແມ່ນວ່າບາງປະເທດຈະກ່າວຫາວ່າ ເປັນການປ່ອຍດາວທຽມເພື່ອບັງໜ້າການທົດລອງຂີປະນາວຸດກໍ່ຕາມ.
ໃນຂະນະດຽວກັນເກົາຫຼີເໜືອເອງກໍ່ກຳລັງຕົກຢູ່ພາຍໃຕ້ມາດຕະການຂວໍ້າບາດຫຼາຍລາຍການຂອງສະຫະປະຊາຊາດ ເພື່ອເປັນການລົງໂທດການທົດລອງນິວເຄຼຍ ແລະ ຂີປະນາວຸດ ລວມທັງຖືກຫ້າມສົ່ງອຸປະກອນຂຶ້ນສູ່ອະວະກາດໂດຍໃຊ້ເຕັກໂນໂລຊີຂີປະນາວຸດ ແລະ ດາວທຽມ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ