ທາງການອົດສະຕຼາລີຈັບນາຍໜ້າຂາຍອາວຸດ ແລະ ຖ່ານຫິນໃຫ້ເກົາຫຼີເໜືອ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEg1xyP6-5i1QUNxDo9p6MyM1raUodQiVpvX3wbASIJU_RKKZY2-hvH6pjlhIEdwuNDl8q_pfmsGPL02jfgF-FZL0b9mGHMp_1-HW160N9eL8DNt6V_XizZsDObGdNU5j3aXlWSB2nijOFd8/s1600/1087.jpg)
ສຳນັກຂ່າວຕ່າງປະເທດລາຍງານ 17 ທັນວາ 2017 ວ່າ: ສຳນັກງານຕຳຫຼວດແຫ່ງຊາດຂອງອົດສະຕຼາລີອອກຖະແຫຼງການ ເລື່ອງການຈັບຕົວຊາຍເຊື່ອສາຍເກົາຫຼີຄົນໜຶ່ງ ເຊິ່ງເປັນເຈົ້າໜ້າທີ່ດ້ານເສດຖະກິດຂອງເກົາຫຼີເໜືອ ທີ່ມີພຶດຕິກຳໃນການຂາຍຊິ້ນສ່ວນຂີປະນາວຸດ ແລະ ຖ່ານຫິນໃນຕະຫຼາດມືດໃນນາມຂອງຕົວແທນລັດຖະບານເກົາຫຼີເໜືອ ເບື້ອງຕົ້ນເຈົ້າໜ້າທີ່ດຳເນີນຄະດີຕໍ່ບຸກຄົນດັ່ງກ່າວແລ້ວ 2 ຂໍ້ຫາຕາມກົດໝາຍປ້ອງກັນການແຜ່ຂະຫຍາຍຂອງອາວຸດທີ່ມີອານຸພາບທຳລາຍລ້າງສູງ ແລະ ອີກ 4 ຂໍ້ຫາຕາມກົດໝາຍທີ່ກ່ຽວຂ້ອງກັບການໃຊ້ມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC).
AFP charges Sydney man with being an economic agent in support of North Korea. More at: https://t.co/5AmcNvMNzq— AFP (@AusFedPolice) 17 ธันวาคม 2560
ເຊິ່ງລາຍງານຂອງເຈົ້າໜ້າທີ່ຍັງບໍ່ໄດ້ລະບຸຂໍ້ມູນກ່ຽວກັບຜູ້ຕ້ອງສົງໄສລະອຽດເທື່ອ ແຕ່ເປີດເຜີຍວ່າຜູ້ຕ້ອງຫາມີປະຫວັດຕິດຕໍ່ກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອ ແລະ ມີການພະຍາຍາມຂາຍຖ່ານຫິນຈາກເກົາຫຼີເໜືອໃຫ້ກັບກຸ່ມບຸກຄົນໃນອິນໂດເນເຊຍ ແລະ ຫວຽດນາມ ເຊິ່ງຫາກການເຮັດທຸລະກິດກຳດັ່ງກ່າວປະສົບຄວາມສຳເລັດຈະສ້າງລາຍຮັບຈຳນວນຫຼາຍໃຫ້ແກ່ລັດຖະບານເກົາຫຼີເໜືອ.
ໃນດ້ານຂອງສື່ທ້ອງຖິ່ນຫຼາຍແຫ່ງລາຍງານປະຫວັດຂອງຜູ້ຕ້ອງຫາວ່າ ຊື່: ຊະເວ ຊັນ-ຮັນ ອາຍຸ 59 ປີ, ເຖິງຈະມີເຊື້ອສາຍເກົາຫຼີເໜືອແຕ່ຖືເປັນພົນລະເມືອງຂອງອົດສະຕຼາລີຕາມກົດໝາຍ ເນື່ອງຈາກອາໄສຢູ່ໃນປະເທດມາດົນກວ່າ 30ປີແລ້ວ, ນອກຈາກນີ້ຍັງຖືເປັນຄັ້ງທຳອິດທີ່ມີຜູ້ຖືກດຳເນີນຄະດີພາຍໃຕ້ກົດໝາຍປ້ອງກັນການແຜ່ຂະຫຍາຍຂອງອາວຸດທີ່ມີອານຸພາບທຳລາຍລ້າງສູງ ເຊິ່ງມີຜົນບັງຄັບໃຊ້ເມື່ອປີ 1995 ແລະ ມີບົດລົງໂທດຕິດຄຸກສູງສຸດເປັນເວລາ 10 ປີ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ