ລັດເຊຍປະຕິເສດຕັດຂາດຄວາມສຳພັນເກົາຫຼີເໜືອ ແລະ ກ່າວວ່າ ສ.ອາເມຣິກາ ຄືຜູ້ຍຸຍົງ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEi70fcGJVGKhehI3CmaEWHutp28ECVL0XIT6uWHI5_5nghIYm0iqNx_6eM_fshnmM9IUSC5_IPWXQ_NIy7LQs9OpKFjEVdRUeU9DHHwNRLNx44fCUVLmob8UgOHMPV9nNIWa6wzA4QtB5u1/s1600/194.jpg)
ສຳນັກຂ່າວຕ່າງປະເທດລາຍງານ 1 ທັນວາ 2017 ວ່າ: ທ່ານ ເຊີເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວວ່າ ລັດເຊຍຂໍປະຕິເສດການກະທຳຕາມຄຳຮຽກຮ້ອງຂອງສະຫະລັດ ອາເມຣິກາ ໃຫ້ປະເທດຕ່າງໆທົ່ວໂລກຕັດຂາດຄວາມສຳພັນກັບເກົາຫຼີເໜືອ ອັນເນື່ອງມາຈາກເກົາຫຼີເໜືອພາຍໃຕ້ການນຳພາຂອງທ່ານ ຄິມ ຈອງ-ອຶນ ໄດ້ມີການທົດລອງຂີປະນາວຸດຂ້າມທະວີບເມື່ອເຊົ້າມືດວັນພຸດທີ່ຜ່ານມາ ລັດເຊຍຂໍປະຕິເສດເລື່ອງນີ້ ເພາະພວກເຮົາໄດ້ຢ້ຳໃຫ້ເຫັນແລ້ວ່າ ການເພີ່ມແຮງກົດດັນດ້ວຍການຂວໍ້າບາດເກົາຫຼີເໜືອນັ້ນບໍ່ໄດ້ຜົນ.
ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວວ່າ ສະຫະລັດກຳລັງຫາທາງທີ່ຈະຍຸຍົງເກົາຫຼີເໜືອ ແລະ ຕ້ອງການທີ່ຈະຮູ້ວ່າຈະວາງແຜນທຳລາຍປະເທດໂດດດ່ຽວນີ້ແນວໃດ ເຊິ່ງຫາກເປົ້າໝາຍຂອງສະຫະລັດເປັນເຊັ່ນນັ້ນແທ້ ສະຫະລັດກໍ່ຄວນຈະເວົ້າອອກມາໂດຍກົງ ແລະ ຜູ້ນຳສະຫະລັດຄວນຢືນຢັນເລື່ອງນີ້.
ເມື່ອວັນພຸດທີ່ຜ່ານມາ ສະຫະລັດໄດ້ກ່າວເຕືອນຜູ້ນຳເກົາຫຼີເໜືອວ່າ ຈະຖືກທຳລາຍຫາກສົງຄາມເກີດຂຶ້ນ ຂະນະດຽວກັນກໍ່ຮຽກຮ້ອງໃຫ້ທຸກປະເທດຕັດຂາດຄວາມສຳພັນທາງການທູດ ແລະ ການຄ້າກັບເກົາຫຼີເໜືອ.
ການຂົ່ມຂູ່ຂອງສະຫະລັດເກີດຂຶ້ນເພາະເກົາຫຼີເໜືອໄດ້ທົດລອງຍິງຂີປະນາວຸດຂ້າມທະວີບເມື່ອວັນພຸດທີ່ຜ່ານມາ ເປັນການທົດລອງຂີປະນາວຸດຂ້າມທະວີບຄັ້ງທີ 3 ເຊິ່ງເກົາຫຼີເໜືອກ່າວວ່າ ສາມາດຍິງເຖິງເປົ້າໝາຍທຸກແຫ່ງໃນສະຫະລັດ ອາເມຣິກາ.
ສ່ວນທຳນຽມເຄຼມລິນຂອງປະທານປະເທດລັດເຊຍກ່າວວ່າ ການທົດລອງຍິງຂີປະນາວຸດຂອງເກົາຫຼີເໜືອເປັນການຍຸຍົງ ແລະ ຮຽກຮ້ອງໃຫ້ທຸກຝ່າຍອົດທົນ ໂດຍທ່ານ ດະມິຕຣີ ເປສຄອັບ ໂຄສົກທຳນຽມເຄຼມລິນຖະແຫຼງວ່າ ການຕັດຂາດຄວາມສຳພັນມັນງ່າຍເກີນໄປ ບັນຫາໃຫຍ່ຂະນະນີ້ຄືຫາຫົນທາງແກ້ໄຂບັນຫາເກົາຫຼີເໜືອ ດີກວ່າຕັດຄວາມສຳພັນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ