ລັດເຊຍ-ສ.ອາເມຣິກາ ຈະຮ່ວມກັນປາບ IS ແລະ ຈະບໍ່ໃຊ້ກຳລັງແກ້ໄຂບັນຫາໃນຊີຣີ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhyKJEZtndYsuL7-NKLah_hhlcCgp5uhLUUYvYk3spNH449zAqMrYWpDX3XT_ZwZykKBn5STTT2QvuVd-0ynJmZW59biAooGd3weHTrRvjKDlJcv_LWXckRxYrAekmhuMhf_KzdHmaGxFOk/s1600/727.jpg)
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ພະຈິກ 2017 ທີ່ຜ່ານມາວ່າ: ຖະແຫຼງການຮ່ວມຖືກເຜີຍແຜ່ໃນເວັບໄຊທ໌ຂອງທຳນຽບເຄຼມລິນເມື່ອວັນເສົາທີ່ຜ່ານມາວ່າ: "ທ່ານ ປູຕິນ ປະເທດປະເທດລັດເຊຍ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາຕົກລົງຮ່ວມກັນວ່າ ບັນຫາຄວາມຂັດແຍ້ງໃນຊີຣີຈະບໍ່ມີການໃຊ້ກຳລັງທະຫານແກ້ໄຂ" ໂດຍຈະໃຊ້ວິທີທາງການເມືອງ ພ້ອມກັບຮຽກຮ້ອງຕໍ່ຄູ່ຂັດແຍ້ງທຸກຝ່າຍໃນຊີຣີ ໃຫ້ເຂົ້າຮ່ວມການເຈລະຈາສັນຕິພາບ ທີ່ອົງການສະຫະປະຊາຊົາດສະໜັບສະໜູນ ທີ່ນະຄອນເຈນີວາ ປະເທດສະວິດ.
ທ່ານ ປູຕິນ ແລະ ທ່ານ ທຣຳ ຍັງຢືນຢັນຄວາມມຸ້ງໝັ້ນຂອງທັງ 2 ຝ່າຍ ທີ່ຈະເອົາຊະນະກຸ່ມ IS ແລະ "ສະແດງຄວາມເພິ່ງພໍໃຈ" ກັບຄວາມພະຍາຍາມປ້ອງກັນບໍ່ໃຫ້ເກີດເຫດການຮຸນແຮງລະວຫວ່າງກອງກຳລັງຂອງທັງ 2 ຝ່າຍໃນຊີຣີ.
ເຈົ້າໜ້າທີ່ທຳນຽບເຄຼມລິນເປີດເຜີຍວ່າ ຖະແຫຼງການຮ່ວມເປັນຜົນຈາກການປະສານງານລະຫວ່າງທ່ານ ເຊີເກີ ລາຟຼັອບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກັບ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ເຊິ່ງສ້າງຂຶ້ນເພື່ອຖະແຫຼງໃນລະຫວ່າງການປະຊຸມສຸດຍອດ APEC 2017 ທີ່ດານັງ ປະເທດຫວຽດນາມໂດຍສະເພາະ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ