ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ລົງຢ້ຽມຢາມສູນຄົ້ນຄວ້າເຂົ້າ (ນາພອກ)
ໃນຕອນບ່າຍ ຂອງວັນທີ 22 ພະຈິກ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນຄົ້ນຄວ້າເຂົ້າ, ສາລີ ແລະ ພືດເສດຖະກິດ (ສູນຄົ້ນຄວ້າກະສິກຳນາພອກ) ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພະນັກງານພາຍໃນສູນດັ່ງກ່າວ ໃຫ້ການຕ້ອນຮັບ.
ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບລວມ ແລະ ຜົນສຳເລັດ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກທ່ານ ນ. ຈັນທະຄອນ ບົວລະພັນ ຫົວໜ້າສູນຄົ້ນຄວ້າເຂົ້າ ເຊິ່ງເຫັນວ່າ ສູນດັ່ງກ່າວສ້າງຕັ້ງຂຶ້ນປີ 1983 ໂດຍມີຊື່ວ່າ: ໂຄງການຄົ້ນຄວ້າກະສິກໍາແບບປະສົມປະສານ, ປີ 1989 ໄດ້ປ່ຽນຊື່ມາເປັນ ສູນຄົ້ນຄວ້າກະສິກຳແຫ່ງຊາດ, ປີ 1999 ໄດ້ປ່ຽນຊື່ມາເປັນ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້, ປີ 2008 ໄດ້ປ່ຽນຊື່ມາເປັນ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ປີ 2012 ໄດ້ປ່ຽນຊື່ມາເປັນ ສູນຄົ້ນຄວ້າກະສິກຳນາພອກ ແລະ ປີ 2017 ກໍ່ຄືປະຈຸບັນ ໄດ້ປ່ຽນຊື່ມາເປັນ ສູນຄົ້ນຄວ້າເຂົ້າ ແລະ ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ. ປະຈຸບັນ ສູນດັ່ງກ່າວ ສາມາດຄົ້ນຄວ້າ ແລະ ເຕົ້າໂຮມແນວພັນພືດພື້ນເມືອງຊະນິດຕ່າງໆ ໄດ້ຫຼາຍຕົວຢ່າງ ເປັນຕົ້ນ ແນວພັນເຂົ້າໄດ້ 14.000 ຕົວຢ່າງ, ແນວພັນເຂົ້າຝ້າງ 105 ຕົວຢ່າງ, ມັນຕົ້ນ 48 ຕົວຢ່າງ, ມັນດ້າງ ແລະ ເຜືອກ 77 ຕົວຢ່າງ, ແນວພັນຖົ່ວ 88 ຕົວຢ່າງ, ສາລີ-ສາລອຍ 234 ຕົວຢ່າງ ແລະ ອື່ນໆ. ສະເພາະການກຳນົດແນວພັນເຂົ້າ ແມ່ນແນໃສ່ໃຫ້ທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ເຊັ່ນ: ນ້ຳຖ້ວມ, ແຫ້ງແລ້ງ, ທົນທານຕໍ່ພະຍາດ, ແມງໄມ້ ແລະ ອື່ນໆ ເຊິ່ງຈະສົ່ງຜົນໃຫ້ແກ່ຜົນຜະລິດສູງ ແລະ ມີຄຸນນະພາບໃນການບໍລິໂພກ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ ເຊິ່ງໄດ້ກາຍເປັນການສ້າງພື້ນຖານອັນແໜ້ນແກ່ນ ໃຫ້ແກ່ພື້ນຖານເສດຖະກິດຂອງປະເທດ ໂດຍສະເພາະແມ່ນດ້ານກະສິກຳ ແລະ ປ່າໄມ້ ພ້ອມກັນນັ້ນ ກໍ່ສາມາດສ້າງໄດ້ຊ່ຽວຊານທາງດ້ານກະສິກຳ ແລະ ອັນສຳຄັນ ຄະນະນຳຂອງສູນແມ່ນແມ່ຍິງໄດ້ເປັນຫົວໜ້າ ເຊິ່ງເຫັນໄດ້ເຖິງການສົ່ງເສີມບົດບາດຂອງແມ່ຍິງໃນການນຳພາ. ຫຼັງຈາກນັ້ນ, ທ່ານນາຍົກໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນເນັ້ນໜັກ ເພື່ອນຳໄປຄົ້ນຄວ້າ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ເປັນຕົ້ນ ໃຫ້ສືບຕໍ່ຄົ້ນຄວ້າແນວພັນພືດຢ່າງມີຈຸດສຸມ-ມີເສດຖະກິດ ໂດຍສະເພາະແມ່ນ ມີຄວາມທົນທານຕໍ່ສະພາບແວດລ້ອມ (ນ້ຳຖ້ວມ, ແຫ້ງແລ້ງ, ອາກາດຮ້ອນ, ອາກາດໜາວ, ພະຍາດ, ແມງໄມ້ ແລະ ອື່ນໆ), ມີຄວາມເໝາະສົມໃນແຕ່ລະທ້ອງຖິ່ນຂອງປະເທດ, ມີຄຸນນະພາບ, ມີປະສິດທິຜົນສູງ, ສາມາດເປັນສິນຄ້າ ແລະ ສາມາດນຳໄປສູ່ການຜະລິດຂະໜາດໃຫຍ່-ກວ້າງຂວາງໄດ້; ສ້າງເງື່ອນໄຂໃຫ້ບັນດານັກຊ່ຽວຊານດ້ານຕ່າງໆ ໄດ້ນຳໃຊ້ ແລະ ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ປະສົບການ ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ພັດທະນາຊັບພະຍາກອນມະນຸດ ກໍ່ຄື ສ້າງສາພັດທະນາປະເທດ ຢ່າງຍາວນານ (ເຖິງວ່າໄດ້ຮັບນະໂຍບາຍບຳນານແລ້ວກໍ່ຕາມ ແຕ່ຕ້ອງຍາດແຍ່ງການຊ່ວຍເຫຼືອຕາມຄວາມເໝາະສົມ); ຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເຂົ້າໃນການຄົ້ນຄວ້າ ໃຫ້ນັບມື້ຫຼາຍຂຶ້ນ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາຍໄວ້ ໃນແຕ່ລະໄລຍະ.
ສະແດງຄວາມຄິດເຫັນ