ກຸ່ມກໍ່ການຮ້າຍບຸກຢຶດໂຮງຮຽນຢູ່ເກາະມິນດາເນົາ ປະເທດຟິລິບປິນ ພ້ອມຈັບປະຊາຊົນເປັນຕົວປະກັນ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສຳນັກຂ່າວຕ່າງປະເທດລາຍງານ 21 ມິຖຸນາ 2017 ວ່າ: ພົນຈັດຕະວາ ເຣສຕິຕູໂຕ ປາດິນລາ ໂຄສົກກອງທັບຟິລິບປິນຖະແຫຼງກ່ຽວກັບຄວາມຄືບໜ້າຂອງປະຕິບັດການດ້ານຄວາມໝັ້ນຄົງຢູ່ໂຮງຮຽນປະຖົມແຫ່ງໜຶ່ງ ໃນເມືອງປິກຄາວາຢັນ ແຂວງໂກຕາບາໂຕເໜືອ ເທິງເກາະມິນດາເນົາ ທາງໃຕ້ຂອງປະເທດຟິລິບປິນວ່າ ກຸ່ມຕິດອາວຸດປະມານ 300 ຄົນ ທີ່ລວມທັງກຸ່ມກະບົດນັກຮົບເສລີພາບອິດສະລາມມິກບັງຊາໂມໂຣ (BIFF) ເຊິ່ງເປັນແນວຮ່ວມຂອງກຸ່ມ IS ໄດ້ບຸກຢຶດໂຮງຮຽນດັ່ງກ່າວເມື່ອຕອນເຊົ້າຂອງມື້ນີ້ຕາມເວລາທ້ອງຖິ່ນ ໄດ້ມີການຖອນກຳລັງອອກໄປແລ້ວ ພາຍຫຼັງຕໍ່ສູ່ກັບເຈົ້າໜ້າທີ່ກອງທັບເປັນເວລາຫຼາຍຊົ່ວໂມງ.
ທັງນີ້ໂຄສົກກອງທັບປະຕິເສດລາຍງານວ່າມີການຄວບຄຸມຕົວນັກຮຽນໃນໂຮງຮຽນໄວ້ເປັນຕົວປະກັນ ແຕ່ເປີດເຜີຍວ່າຄົນຮ້າຍໄດ້ລັກພາຕົວປະຊາຊົນໄປນຳ 5 ຄົນເພື່ອເປັນກຳແພງມະນຸດ ໂດຍຍັງບໍ່ຊັດເຈນວ່າມີຄູ ຫຼື ນັກຮຽນລວມຢູ່ໃນຈຳນວນນັ້ນຫຼືບໍ່, ຂະນະທີ່ຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ຍັງບໍ່ຊັດເຈນເທື່ອ ແລະ ຍັງຢູ່ໃນລະຫວ່າງການປະເມີນສະຖານະການ.
ເຖິງຢ່າງໃດກໍ່ຕາມຫ່າງຈາກເມືອງປິກຄາວາຢັນຂຶ້ນໄປທາງທິດເໜືອ 190 ກິໂລແມັດ ເປັນສະຖານທີ່ຕັ້ງຂອງເມືອງມາຣາວີ ເຊິ່ງຍັງຄົງເປັນສະໜາມຮົບລະຫວ່າງກອງທັບຟິລິບປິນກັບກຸ່ມກະບົດເມົາເຕທີ່ເປັນແນວຮ່ວມຂອງກຸ່ມ IS ໂດຍການສູ້ຮົບຍັງດຸເດືອດ ແລະ ແກ່ຍາວມາຕັ້ງແຕ່ວັນທີ 23/05/2017 ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 350 ຄົນ ໃນຈຳນວນນີ້ປະມານ 270 ຄົນເປັນກຸ່ມຄົນຮ້າຍ ແລະ ປະຊາຊົນເສຍຊີວິດຢ່າງໜ້ອຍ 45 ຄົນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhEe1EuV_1dxjIO3fHRnkjFZUuJZrGcEsWhO7h2vXXHFfqbrgm2fEBpsia5DxABhHYz5AB05MLLqgi0CeylKvKlRCrC7lKxTMpSVZTDkw8V5UcPkpWSGeyUxFJp7xZ2XDbdgAumMhDqnW4/s1600/403.jpg)
ໃນດ້ານຂອງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນໄດ້ລົງໄປຢ້ຽມຢາມ ແລະ ໃຫ້ກຳລັງໃຈຊາວເມືອງມາລາວີ ຕາມຄ່າຍຜູ້ອົບພະຍົບທີ່ຢູ່ຊານເມືອງ ພ້ອມທັງກ່າວຂໍໂທດປະຊາຊົນທີ່ປະຕິບັດການຂອງເຈົ້າໜ້າທີ່ເປັນເຫດໃຫ້ເມືອງມາຣາວີເສຍຫາຍ ແລະ ເປ່ເພ ຈົນຕ້ອງເຮັດໃຫ້ປະຊາຊົນຫຼາຍກວ່າ 300,000 ຄົນໄດ້ອົບພະຍົບໜີ, ແຕ່ຢືນຢັນວ່າເປັນຄວາມຈຳເປັນ ເນື່ອງຈາກຕ້ອງປາບຜູ້ຮຸກຮານໃຫ້ຮາບກ້ຽງໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້. ນອກຈາກນີ້ຜູ້ນຳຟິລິບປິນໃຫ້ຄຳໝັ້ນສັນຍາວ່າພາກລັດຈະຮັບຜິດຊອບແຕ່ພຽງຜູ້ດຽວໃນການປົວແປງເມືອງມາຣາວີຂຶ້ນມາໃໝ່ ພ້ອມທັງຢືນຢັນວ່າທຸກຝ່າຍທີ່ກ່ຽວຂ້ອງກຳລັງພະຍາຍາມຢ່າງສຸດຄວາມສາມາດໃນການຢຸດຕິເຫດການນີ້.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ