ສະຫະລັດຫວງຜົນປະໂຫຍດບໍ່ສົນໃຈສະພາບອາກາດໂລກ ຖອນຕົວອອກຈາສົນທິສັນຍາປາຣີສ ຜູ້ນຳທົ່ວໂລກຕ່າງປະນາມ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjjNm-O-X11vxrCUEloW_VdrpVSORXxRTotABF5cdRgubAoayM51K53L9NPSfbBNY31m02MfRXpKvQVNnm3KcHy9Ig_BQVx_JecB1HeQc6wOkLlV4NsvN1xOSn3XRrsoKqvlSKJaT6Mtcc/s1600/205.jpg)
ສຳນັກຂ່າວຕ່າງປະເທດລາຍງານ 2 ມິຖຸນາ 2017 ວ່າ: ຖະແຫຼງການທີ່ເປັນໄປຕາມຄາດຂອງຫຼາຍຝ່າຍ ຈາກທຳນຽມຂ່າວໃນນະຄອນຫຼວງວໍຊິງຕັນ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດກ່າວວ່າ: ສະຫະລັດອາເມລິກາຂໍຖອນຕົວອອກຈາກສົນທິສັນຍາປາຣີສວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດຂອງໂລກ ທີ່ມີ 196 ປະເທດຮ່ວມລົງນາມເຫັນດີເຫັນພ້ອມ.
ຜູ້ນຳສະຫະລັດກ່າວວ່າ ບໍ່ສາມາດສະໜັບສະໜູນສົນທິສັນຍາທີ່ປຽບດັ່ງເປັນການລົງໂທດສະຫະລັດໄດ້ອີກຕໍ່ໄປ ສົນທິສັນຍາປາຣີສເປັນພາລະທາງການເງິນ ແລະ ເສດຖະກິດຂອງສະຫະລັດ ປຽບດັ່ງເປັນການຍອມຈຳນົນ ແລະ ບໍ່ສອດຄ່ອງກັບນະໂຍບາຍ "ອາເມຣິກາຕ້ອງມາກ່ອນ" ແຕ່ບໍ່ໄດ້ລຸບະວ່າຈະຖອນຕົວແບບໃດ ແລະ ເມື່ອໃດຢ່າງເປັນທາງການ, ເຊິ່ງ ປ.ທຣຳ ຍັງກ່າວໃນດ້ານທີ່ວ່າ ໜ້າຈະມີການເຈລະຈາຕົກລົງກັນໃໝ່ເລື່ອງໂລກຮ້ອນ ທີ່ຈະຖອນຕົວນີ້ກໍ່ເພື່ອຈະເລີ່ມການເຈລະຈາໃໝ່ ເພື່ອເຮັດໃຫ້ສົນທິສັນຍາມີຄວາມເປັນທຳກັບສະຫະລັດ.
ການປະກາດຖອນຕົວອອກຈາກສົນທິສັນຍາປາຣີສຄັ້ງນີ້ເຮັດໃຫ້ພັນທະມິດຂອງສະຫະລັດໃນເອີຣົບບໍ່ພໍໃຈເປັນຢ່າງຍິ່ງໂດຍສະເພາະຝຣັ່ງ, ເຢຍລະມັນ ແລະ ອິຕາລີ ກ່າວໃນຖະແຫຼງການຮ່ວມວ່າ ການຕັດສິນໃຈຂອງສະຫະລັດໃນເລື່ອງນີ້ຖືວ່າເປັນສິ່ງທີ່ໜ້າເສົ້າໃຈ ແລະ ລະບຸວ່າສົນທິສັນຍາປາຣີສບໍ່ສາມາດເປີດເຈລະຈາໃໝ່ໄດ້ອີກແລ້ວ.
ທ່ານ ມານູເອວ ມາຄຣອງ ປະທານປະເທດຝຣັ່ງ ກ່າວຕຳໜິການຕັດສິນໃຈຂອງ ປ.ທຣຳ ພ້ອມກັບປະກາດຈະປົກປ້ອງສົນທິສັນຍາປາຣີສ ທີ່ມີຄວາມສຳຄັນຕໍ່ອະນາຄົດຂອງໂລກ.
ທ່ານນາງ ອັງເກລາ ແມເຄີ ນາຍົກລັດຖະມົນຕີເຢຍລະມັນ ກ່າວສະແດງຄວາມເສຍໃຈຕໍ່ການຕັດສິນໃຈຂອງ ປ.ທຣຳ ແລະ ຮຽກຮ້ອງໃຫ້ດຳເນີນຕາມນະໂຍບາຍດ້ານການປ່ຽນແປງສະພາບອາກາດຕໍ່ໄປເພື່ອຮັກສາໂລກໄວ້.
ສ່ວນອະດີດປະທານປະເທດສະຫະລັດທ່ານ ບາຣັກ ໂອບາມາ ເຊິ່ງເປັນຜູ້ຊຸກດັນໃຫ້ບັນລຸໃນສົນທິສັນຍາດັ່ງກ່າວໄດ້ອອກມາກ່າວວ່າ ສະຫະລັດກຳລັງເຂົ້າຮ່ວມກັບປະເທດພຽງບໍ່ພໍເທົ່າໃດປະເທດທີ່ປະຕິເສດອະນາຄົດ ແລະ ຢືນຢັນວ່າບໍລິສັດທຸລະກິດຂອງສະຫະລັດ, ເຈົ້າຄອງລັດ ແລະ ເຈົ້າເມືອງໃຫຍ່ໆຂອງສະຫະລັດທີ່ຂຶ້ນກັບພັກເຄໂມແຄຼດເຊັ່ນ: ລັດນິວຢອກ, ຄາລິຟໍເນຍ ແລະ ວໍຊິງຕັນ ຈະດຳເນີນຕາມມາດຕະຖານການປ່ອຍແກັດເຮືອນແກ້ວທີ່ໄດ້ຕົກລົງໃນສົນທິສັນຍາປາຣີສຕໍ່ໄປ.
ການຕັດສິນໃຈຂອງ ປ.ທຣຳ ຈະສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ຄວາມພະຍາຍາມຫຼຸດຜ່ອນການປ່ອຍແກັດເຮືອນແກ້ວ ແລະ ຈຳກັດການເພີ່ມສູງຂຶ້ນຂອງອຸນຫະພູມໂລກ ເນື່ອງຈາກສະຫະລັດອາເມຣິກາເປັນປະເທດທີ່ປ່ອຍແກັດເຮືອນແກ້ວລາຍໃຫຍ່ສຸດອັນດັບ 2 ຂອງໂລກ ຮອງຈາກຈີນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ