ກອງທັບມຽນມາຢືນຢັນພົບຍົນທີ່ຂາດການຕິດຕໍ່ ທີ່ມີຜູ້ໂດຍສານ ແລະ ເຈົ້າໜ້າທີ່ເທິງຍົນ 122 ຄົນແລ້ວ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEj9nZ6X4tHn7mdzJ56INJvu_JaOWjix6VqeuXn-ITL9vZvq5O3xuNq8gpuxOlb8wxkpJFM2HaDYgpJe_fDW2pqsxlEEm1CcdHVywyqrXVrszzlFEm3kWTZl9OKaB-S0CSgUWGIzs-EMXgs/s1600/313.jpg)
ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2017 ວ່າ: ໂຄສົກກອງທັບມຽນມາແຈ້ງວ່າ ພົບຊາກຍົນ ແລະ ຜູ້ເສຍຊີວິດບາງສ່ວນແລ້ວ ເມື່ອເວລາ 08:25 ນາທີ ຂອງມື້ນີ້ຕາມເວລາມຽນມາ ຂະນະທີ່ຜູ້ບັນຊາການທະຫານມຽນມາຢືນຢັນໃນ facebook ວ່າ ຄະນະຄົ້ນຫາຂອງກອງທັບເຮືອພົບຊາກຍົນນອກນ່ານນ້ຳທາງພາກໃຕ້ຂອງປະເທດໃນຕອນເຊົ້າມື້ນີ້.
ຍົນທະຫານລຳນີ້ເດີນທາງຈາກເມືອງມະຮິດ ທາງພາກໃຕ້ຂອງປະເທດຈະຂຶ້ນມາຍັງເມືອງຢ່າງກຸ້ງ ໂດຍມີຄົນຢູ່ເທິງຍົນທັງໝົດ 122 ຄົນ ປະກອບມີຜູ້ໂດຍສານ 108 ຄົນ ແລະ ເຈົ້າໜ້າທີ່ເທິງຍົນ 14 ຄົນ, ເຊິ່ງໃນນຳນວນດັ່ງກ່າວກວ່າເຄິ່ງໜຶ່ງເປັນສະມາຊິກຄອບຄົວທະຫານ ໂດຍມີເດັກນ້ອຍ 15 ຄົນ ແລະ ມີທະຫານ 35 ຄົນ.
ຍົນລຳກັ່ງກ່າວຂາດການຕິດຕໍ່ເມື່ອເວລາ 13:35 ນາທີ ຂອງວັນພຸດທີ່ຜ່ານມາ ພາຍຫຼັງບິນຂຶ້ນໄດ້ 1 ຊົ່ວໂມງ, ເຊິ່ງເປັນຍົນລຸ້ນ Shaanxi Y-8 ທີ່ຜະລິດໃນປະເທດຈີນ ມຽນມາຫາກໍ່ຊື່ມາເມື່ອເດືອນມີນາ ປີທີ່ຜ່ານມາ ມີຊົ່ວໂມງບິນທັງໝົດ 809 ຊົ່ວໂມງ ສ່ວນນັກບິນເປັນທະຫານຊັ້ນພັນໂທ ມີຊົ່ວໂມງບິນຫຼາຍກວ່າ 3,000 ຊົ່ວໂມງ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ