ກອງທັບຟິລິບປິນ ໂຈມຕີຜິດເປົ້າ ຖືກທະຫານຕົນເອງເສຍຊີວິດ 10 ຄົນ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgm-x1kpxqSj7PCjcJNRzldFk7Z6JnO2q3O4caTm9No7kZIgigP6ZsCEVw4YBRckhsADTAlUC5mbFydAanxAPuZLLLC8dNEk2X6_pRCls-ql9-7o2Eg7Bs_KG3q4zRhPsQbPhCmLxLvJFc/s1600/181.jpg)
ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນຖະແຫຼງຕໍ່ສື່ມວນຊົນວ່າ ທະຫານກຸ່ມໜຶ່ງຕົກເປັນເປົ້າໂຈມຕີທາງອາກາດຂອງກອງທັບເພາະການສື່ສານຜິດພາດໃນມື້ວານນີ້ ເນື່ອງຈາກກອງທັບຟິລິບປິນໃຊ້ຍຸດທະສາດໂຈມຕີທາງອາກາດຕໍ່ກຸ່ມຕິດອາວຸດເມົາເຕທີ່ຢຶດເມືອງມາຣາວີ ທາງພາກໃຕ້ຂອງປະເທດມາແຕ່ວັນທີ 23 ພຶດສະພາ 2017 ແຕ່ເກີດຄວາມຜິດພາດໃນການປະສານງານທີ່ບໍ່ຖືກຕ້ອງ ເປັນເຫດເຮັດໃຫ້ເປົ້າໂຈມຕີເປັນກຸ່ມທະຫານຂອງກອງທັບເອງ ເຊິ່ງເຮັດໃຫ້ມີທະຫານ 10 ຄົນເສຍຊີວິດ ແລະ ອີກ 7 ຄົນໄດ້ຮັບບາດເຈັບ.
ກອງທັບຟິລິບປິນໃຊ້ຝູງຍົນຖິ້ມລະເບີດ ແລະ ຍິງຈະຫຼວດປູພົມໃສ່ກຸ່ມຕິດອາວຸດເມົາເຕທີ່ຫຼົບລີ້ຢູ່ຕາມບ້ານເຮືອນປະຊາຊົນ ໃນເມືອງມາຣາວີ ໂດຍຢືນຢັນວ່າເປັນປະຕິບັດງານທີ່ແມ້ນຢຳ ແລະ ເດັດຂາດ ພ້ອມກັບຮັບຮອງວ່າຈະບໍ່ເຮັດໃຫ້ປະຊາຊົນ ຫຼື ຕົວປະກັນໄດ້ຮັບອັນຕະລາຍ ແລະ ມາຮອດປັດຈຸບັນສາມາດຢຶດເມືອງມາຣາວີຄືນໄດ້ແລ້ວ 90%
ສາເຫດທີ່ກຸ່ມຕິດອາວຸດເມົາເຕເຂົ້າມາຢຶດເມືອງມາຣາວີໃນຄັ້ງນີ້ ເນື່ອງມາຈາກກອງທັບໄດ້ໄລ່ລ່າທ້າວ ອິສນີລອນ ຮາປີລອນ ຫົວໜ້າໃຫຍ່ກຸ່ມກໍ່ການຮ້າຍອາບູ ໄຊຢາບ ທີ່ເຊື່ອວ່າຫຼົບລີ້ຢູ່ໃນເຂດດັ່ງກ່າວ ເຮັດໃຫ້ກຸ່ມອາບູ ໄຊຢາບ ຕ້ອງຂໍຄວາມຊ່ວຍເຫຼືອຈາກກຸ່ມເມົາເຕ ເພື່ອຕີຕ້ານປະຕິບັດການດັ່ງກ່າວຂອງກອງທັບ ເພາະທັງສອງກຸ່ມນີ້ລ້ວນແຕ່ເປັນພັນທະມິດກັບກຸ່ມ IS ຮ່ວມກັນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ